ຕາມ​ນັ້ນ​ແລ້ວ, “ກົດ​ໝາຍ​ສາ​ກົນ​ກຳ​ນົດ​ສິດ​ເສ​ລີ​ໃນ​ການ​ເດີນ​ເຮືອ, ໝາຍ​ຄວາມ​ວ່າ​​ໂດຍ​ພື້ນ​ຖານ ຈະບໍ່​ເກັບ​ບໍ່​ວ່າ​ຄ່າ​ທຳ​ນຽມ​ໃດໆ​ທັງ​ນັ້ນ”. ທ່ານ Anouar El Anouni ກໍ​ຊີ້​ແຈ້ງ​ສິດ​ເສ​ລີ​ໃນ​ການ​ເດີນ​ເຮືອແມ່ນ “ຜົນ​ປະ​ໂຫຍດ​ທາງ​ສາ​ທາ​ລະ​ນະ​ທີ່​ຕ້ອງ​ໄດ້​ຮັບ​ການຮັບ​ປະ​ກັນ”.

leftcenterrightdel
ປັດ​ຈຸ​ບັນ ມີ​ກໍາ​ປັ່ນ​ປະ​ມານກວ່າ 800 ລຳ​ ຖືກ​ຕິດ​ຄ້າງ​ຢູ່​ຊ່ອງ​ແຄບ​ທະ​ເລ Hormuz. ພາບ: Anadolu Agency/TTXVN

ເລື່ອງ​ເປີດ​ປະ​ຕູ​ເສັ້ນ​ທາງທະ​ເລ​ສຳ​ຄັນ​ຜ່ານ​ຊ່ອງ​ແຄບ​ທະ​ເລ Hormuz ແມ່ນ​ສາ​ເຫດ​ຕົ້ນ​ຕໍ​ກໍ່​ໃຫ້​ເກ​ີດ​ການ​ໂຕ້​ຖຽງ​ກັນ​ກ່ອນ​ເວ​ລາ​ດຳ​ເນີນ​ບັນ​ດາ​ຮອບ​ເຈ​ລະ​ຈາ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະອີ​ຣານ ທີ່ຄາດ​ວ່າຈະ​ເລີ່ມ​ຕົ້ນ​ໃນ​ວັນ​ທີ 10 ເມ​ສາ ຢູ່ປາ​ກິດ​ສະ​ຖານ.

​ຜ່ານຂໍ້​ມູນ​ຕິດ​ຕາມກວດ​ກາ​ການ​ເດີນ​ເຮືອນ ກໍ​ຊີ້​ໃຫ້​ເຫັນ​ວ່າ ຊ່ອງ​ແຄບ​ທະ​ເລ Hormuz ຍັງ​​ບໍ່​ທັນ​ໄດ້​​ເປີດ​ປະ​ຕ​ູ​ຄືນ​​ຢ່າງ​ແທ້​ຈິງພາຍຫຼັງທີ່​ຂໍ້​ຕົກ​ລົງ​ຢຸດ​ຍິງ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະອີ​ຣານ ມີ​ຜົນ​ສັກ​ສິດ. ປັດ​ຈຸ​ບັນ ມີ​ກໍາປັ່ນ​ປະ​ມານກວ່າ 800 ລຳ ​ຖືກ​ຕິດ​ຄ້າງ​ຢູ່​ຊ່ອງ​ແຄບ​ທະ​ເລ Hormuz.

ແຫຼ່ງຄັດຈາກ: vovworld.vn