ຕາມ​ທ່ານ JD Vance ຮອງ​ປະ​ທາ​ນາ​ທິ​ບໍ​ດີອາ​ເມ​ລິ​ກາ ແລ້ວ, ອີ​ຣານ ໄດ້​ປະ​ຕິ​ເສດ​ບັນ​ດາ​ເງື່ອນ​ໄຂ​ຂອງອາ​ເມ​ລິ​ກາ, ໃນ​ນັ້ນ​ມີ​ຄວາມ​ຮຽກ​ຮ້ອງ​ຫຼັກ​ໆ​ແມ່ນ ເຕ​ເຮ​ຣານ ຕ້ອງ​ໃຫ້​ຄຳ​ໝັ້ນ​ສັນ​ຍາບໍ່​ພັ​ດ​ທະ​ນາ​ອາ​ວຸດ​ນິ​ວ​ເຄຼຍ, ກໍ່​ຄືບໍ່​ເດີນ​ຕາມ​ບັນ​ດາ​ກຳ​ລັງ​ຄວາມ​ສາ​ມາດ​ທີ່ອະ​ນຸ​ຍາດ​ໃຫ້ບັນລຸ​ອາ​ວຸດ​ນີ້​ໂດຍ​ໄວ. ທ່ານ​ເນັ້ນ​ໜັກ​ວ່າ ນີ້​ແມ່ນ​ເປົ້າ​ໝາຍ​ຫຼັກໆ​ຂອງ​ທ່ານ​ Donald Trump ປະ​ທາ​ນາ​ທິ​ບໍ​ດີອາ​ເມ​ລິ​ກາ ໃນ​ວິ​ວັດ​ການ​ເຈ​ລະ​ຈາ.

leftcenterrightdel
ທ່ານ JD Vance ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ. ພາບ: ສໍານັກຂ່າວສານຫວຽດນາມ

ກ່ອນ​ໜ້ານັ້ນ, ບັນ​ດາ​ການ​ເຈ​ລະ​ຈາ​ລະ​ຫວ່າງອາ​ເມ​ລິ​ກາ ແລະ ອີ​ຣານ ຢູ່​ນະ​ຄອນ​ຫຼວງ Islamabad ຂອງປາ​ກິດ​ສະ​ຖານ ໃນ​ວັນ​ທີ 11 ເມ​ສາ ພວມ​ຕົກ​ເຂົ້າ​ສູ່​ສະ​ພາບບໍ່​ມີ​ທາງ​ອອກ, ເປັນ​ຕົ້ນ​ແມ່ນຍ້ອນ​ຄວາມບໍ່​ລົງ​ລອຍ​ກັນ​ກ່ຽວ​ຂ້ອງ​ເຖິງ​ຊ່ອງ​ແຄບ​ທະ​ເລ Hormuz, ເສັ້ນ​ທາງ​ຂົນ​ສົ່ງ​ຍຸດ​ທະ​ສາດກວມ​ເອົາ​ປະ​ມານ 20% ປະ​ລິ​ມານ​ນ້ຳ​ມັນ​ຂອງ​ທົ່ວ​ໂລກ.

ບັນ​ດາ​ການ​ເຈ​ລະ​ຈາ​ແກ່​ຍາວ​ເປັນ​ເວ​ລາ​ຫຼາຍ​ຊົ່ວ​ໂມງ ແລະຄາດ​ວ່າ​ຈະໄດ້ສືບຕໍ່ດຳເນີນ​ໝົດ​​ຄືນ, ແຕ່ກໍ່​ຍັງ​ບໍ່​ທັນ​ບັນ​ລຸ​ບາດ​ກ້າວ​ບຸກ​ທະ​ລຸ​ຢ່າງ​ຈະ​ແຈ້ງ. ທຳ​ນຽບ​ຂາວຢັ້ງ​ຢືນ​ວ່າ ສອງຝ່າຍ​ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ​ແບບເຊິ່ງໜ້າ, ເຊິ່ງ​ແມ່ນ​ເຫດ​ການຂັ້ນ​ສູງ​​ທີ່​ຫາ​ຍາກລະ​ຫວ່າງອາ​ເມ​ລິ​ກາ ແລະ ອີ​ຣານ. ໃນ​ຂະ​ນະ​ທີ່​ຝ່າຍ ອີ​ຣານ ໃຫ້​ຮູ້​ວ່າ ບັນ​ດາ​ນັກ​ຊ່ຽວ​ຊານ​ຂອງສອງຝ່າຍໄດ້ຫັນ​ໄປ​ສູ່​ການ​ແລກ​ປ່ຽນ​ເອ​ກະ​ສານ ພາຍ​ຫຼັງ​ການ​ພົບ​ປະ​ແບບເຊິ່ງໜ້າ​ເປັນ​ຄັ້ງ​ທຳ​ອິດ.

ແຫຼ່ງຄັດຈາກ: vovworld.vn