ກອງປະຊຸມຮ່ວມມືຮັກສາຄວາມສະຫງົບ ຫວຽດນາມ-ລາວ ຄັ້ງທີ XVI
ກປ.ອອນໄລ - ວັນທີ 10 ເມສາ, ທີ່ນະຄອນຫຼວງວຽງຈັນ, ປະເທດລາວ ໄດ້ດໍາເນີນກອງປະຊຸມຮ່ວມມືຮັກສາຄວາມສະຫງົບ ຫວຽດນາມ-ລາວ ຄັ້ງທີ XVI. ທ່ານພົນໂທ ຟ້າມເທ໋ຕຸ່ງ ຮອງລັດຖະມົນຕີກະຊວງຕໍາຫຼວດ ນໍາໜ້າຄະນະຜູ້ແທນກະຊວງຕໍາຫຼວດຫວຽດນາມ ເຂົ້າຮ່ວມກອງປະຊຸມ.
ສໍາລັບຝ່າຍລາວ ມີທ່ານ ພົນຕີ ແອນ ອຸ່ນອານົງນຸດ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ລາວ ນໍາໜ້າຄະນະຜູ້ແທນກະຊວງປ້ອງກັນຄວາມສະຫງົບ ລາວ ເຂົ້າຮ່ວມກອງປະຊຸມ.
ທີ່ກອງປະຊຸມ, ສອງຝ່າຍ ເຫັນດີຖືວ່າ ເຖິງວ່າປະສົບຄວາມຫຍຸ້ງຍາກຈາກຜົນກະທົບຂອງສະພາບການໂລກ ແລະພາກພື້ນກໍຕາມ, ແຕ່ໃນໄລຍະຜ່ານມາ, ກໍາລັງປ້ອງກັນຄວາມສະຫງົບຂອງສອງປະເທດ ໄດ້ເປັນເຈົ້າການຜັນຂະຫຍາຍປະຕິບັດບົດບັນທຶກກອງປະຊຸມຮ່ວມມືຮັກສາຄວາມສະຫງົບ ຫວຽດນາມ-ລາວ ຄັ້ງທີ XV ຢ່າງມີປະສິດທິຜົນ, ກໍຄືສົມທົບກັນຢ່າງແໜ້ນແຟ້ນໃນວຽກງານຮັບປະກັນຄວາມໝັ້ນຄົງແຫ່ງຊາດຂອງແຕ່ລະປະເທດ.
    |
 |
|
ບັນຍາກາດທີ່ກອງປະຊຸມ. ພາບ: ຈິ້ງຢຸ້ງ. |
ກ່ຽວກັບທິດທາງຮ່ວມມືໃນຕໍ່ໜ້າ, ສອງຝ່າຍສືບຕໍ່ຜັນຂະຫຍາຍປະຕິບັດບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວລະຫວ່າງກໍາລັງປ້ອງກັນຄວາມສະຫງົບສອງປະເທດຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນກົນໄກແລກປ່ຽນຂໍ້ມູນຂ່າວສານ, ສະພາບການທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງແຫ່ງຊາດຂອງສອງປະເທດ ເພື່ອມີມາດຕະການສະກັດກັ້ນ, ຕໍ່ສູ້ແກ້ໄຂຢ່າງທັນການ ແລະເປັນເສນາທິການຊ່ວຍໃຫ້ການນໍາສອງກະຊວງປ້ອງກັນຄວາມສະຫງົບຂອງສອງປະເທດກ່ຽວກັບແຜນນະໂຍບາຍ, ມາດຕະການຮັບປະກັນຄວາມໝັ້ນຄົງແຫ່ງຊາດຂອງແຕ່ລະປະເທດໃນສະພາບການໃໝ່...
ສອງຝ່າຍ ກໍເຫັນດີສົມທົບກັນຢ່າງແໜ້ນແຟ້ນທີ່ເວທີປາໄສຮ່ວມມືຮັກສາຄວາມສະຫງົບສາກົນ ແລະພາກພື້ນ; ຊຸກຍູ້ການຮ່ວມມືປ້ອງກັນ, ຕ້ານການກໍ່ການຮ້າຍສາກົນຂອງບັນດາປະເທດອາຊຽນ; ສົມທົບກັນຮັບປະກັນຄວາມສະຫງົບໃຫ້ແກ່ບັນດາເຫດການໃຫຍ່ ທີ່ຈັດຂຶ້ນຢູ່ລາວ ແລະຫວຽດນາມ ໃນໄລຍະຈະມາເຖິງ.
ສິ້ນສຸດກອງປະຊຸມ, ທ່ານພົນໂທ ຟ້າມເທ໋ຕຸ່ງ ແລະທ່ານ ພົນຕີ ແອນ ອຸ່ນອານົງນຸດ ໄດ້ລົງນາມບົດບັນທຶກກອງປະຊຸມຮ່ວມມືຮັກສາຄວາມສະຫງົບ ຫວຽດນາມ-ລາວ ຄັ້ງທີ XVI.
ໂດຍ: ໄຊຊະນະ