ຂໍ້​ສ​ະ​ເໜີ​ດັ່ງ​ກ່າວລວມ​ມີຄວາມ​ອາດສາ​ມາດ​ຖອນ​ກຳ​ລັງ​ທະ​ຫານ ອາ​ເມ​ລິ​ກາ ອອກ​ຈາກ​ບັນ​ດາ​ປະ​ເທດ​ທີ່​ຖືກ​ຕີ​ລາ​ຄາ​ວ່າ “ບໍ່​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍ​ດ” ໃຫ້​ແກ່​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃນ​ບັ້ນ​ການ​ສູ້​ຮົບ, ພ້ອມ​ທັງ​ຈັດ​ສົ່ງ​ກຳ​ລັງ​ໄປ​ຍັງ​ບັນ​ດາ​ປະ​ເທດ​ທີ່​ໃຫ້​ການ​ສະ​ໜັບ​ສະ​ໜູນ​ບັ້ນ​ການ​ທະ​ຫານ​ຂອງ ອາ​ເມ​ລິ​ກາ ຢ່າງ​ແຮງຄືນ​ໃໝ່. ລະ​ອຽດ​, ​ຢ່າງ​ໜ້ອຍ​ສຸດ​ ອາ​ເມ​ລິ​ກາ ຈະ​ຖອນ​ກຳ​ລັງ​ອອກ​ຈາກ​ຖານ​ທີ່​ໝັ້ນ​ຢູ່ ແອັດ​ສະ​ປາຍ ຫຼື ເຢຍ​ລະ​ມັນ.

leftcenterrightdel
ນາຍ​ທະ​ຫານ ອາ​ເມ​ລິ​ກາ ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ຮ່ວມ​ກັບ​ກຳ​ລັງ​ປະ​ກອບ​ອາ​ວຸດ ບຸນ​ກາ​ຣີ. ພາບ: REUTERS/Spasiyana Sergieva

ການ​ກະ​ທຳ​ດັ່ງ​ກ່າວ​ໄດ້​ດຳ​ເນີນ​ໃນ​ສະ​ພາບ​ການ​ສາຍ​ພົວ​ພັນ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ບັນ​ດາ​ພັນ​ທະ​ມິດ NATO ສືບ​ຕໍ່​ເຄັ່ງ​ຕຶງ​ຂຶ້ນ. ໂດຍ​ບໍ່​ຫົວ​ຊາ​ຕໍ່​ເລື່ອງ​ທ່ານ Mark Rutte ​ເລ​ຂ​າ​ທິ​ການ​ໃຫຍ່ NATO ພວມ​ເດີນ​ທາງ​ໄປ​ຍັງ ອາ​ເມ​ລິ​ກາ ນັ້ນ, ທຳ​ນຽບ​ຂາວ ​ຍັງ​ຄົງຖື​ວ່າ ບາງ​ປະ​ເທດ ເອີ​ຣົບ ໄດ້ “ຫັນຫຼັງ” ຕໍ່​ປະ​ຊາ​ຊົນ ອາ​ເມ​ລິ​ກາ ໃນ​ຕະຫຼອດ​ໄລ​ຍະ​ປະ​ທະ​ກັນ​ກັບ ອີ​ຣານ ເຖິງວ່າ ປະ​ຊາ​ຊົນ ອາ​ເມ​ລິ​ກາ​ ​ພວມ​ໃຫ້​ການ​ຊ່ວຍ​ເຫຼືອ​ຕໍ່​ພື້ນ​ຖານ​ປ້ອງ​ກັນ​ຊາດ​ຂອງ​ບັນ​ດາ​ປະ​ເທດ​ພັນ​ທະ​ມິດ​ນັ້ນ​ຢູ່.

ແຫຼ່ງຄັດຈາກ: vovworld.vn