ຄຳສັ່ງຢຸດຍິງລະຫວ່າງ ອາເມລິກາ - ອີຣານ ປະເຊີນໜ້າກັບຄວາມສ່ຽງຖືກແຕກຫັກໃນທັນທີມື້ທຳອິດ
ຄຳສັ່ງຢຸດຍິງລະຫວ່າງ ອາເມລິກາ ແລະ ອີຣານ ຫາກໍ່ບັນລຸໄດ້ ແລະ ມີຜົນສັກສິດໃນຕອນເຊົ້າວັນທີ 08 ເມສາ ພວມປະເຊີນໜ້າກັບຄວາມສ່ຽງຖືກແຕກຫັກຢ່າງຮ້າຍແຮງ, ໃນຂະນະທີ່ຮັບຮູ້ມີບັນດາບັ້ນບຸກໂຈມຕີຢ່າງດຸເດືອດສືບຕໍ່ເກີດຂຶ້ນຢູ່ທັງ ອີຣານ ແລະ ບັນດາປະເທດເຂດອ່າວ ແລະ ພິເສດແມ່ນຢູ່ສະໜາມຮົບ ລີບັງ.
ຕອນຄ່ຳວັນທີ 08 ເມສາ, ທ່ານ Masoud Pazeshkian ປະທານາທິບໍດີ ອີຣານ ຢັ້ງຢືນວ່າ ຄຳສັ່ງຢຸດຍິງຢູ່ ລີບັງ ແມ່ນໜຶ່ງໃນບັນດາເງື່ອນໄຂແກ່ນສານຂອງແຜນການ 10 ຂໍ້ ກ່ຽວກັບການສິ້ນສຸດສົງຄາມ ເຊິ່ງ ອີຣານ ໄດ້ຍົກອອກມາ. ເຖິງຢ່າງໃດກໍຕາມ, ສື່ມວນຊົນຂອງປະເທດນີ້ແຈ້ງໃຫ້ຊາບວ່າ ຮາກຖານກັ່ນຕອງນ້ຳມັນຢູ່ເກາະ Lavan ຂອງ ອີຣານ ຖືກໂຈມຕີ ແລະ ກໍ່ໃຫ້ເກີດໄຟໄໝ້ຢ່າງຮ້າຍແຮງໃນຕອນເຊົ້າວັນທີ 8 ເມສາ. ເຫດບຸກໂຈມຕີເກີດຂຶ້ນພາຍຫຼັງ 2 – 3 ຊົ່ວໂມງທີ່ຄຳສັ່ງຢຸດຍິງຊົ່ວຄາວລະຫວ່າງ ອາເມລິກາ ແລະ ອີຣານ ໄດ້ຮັບການຮັບຮອງ ແລະ ມີຜົນບັງຄັບໃຊ້ໃນທັນທີ. ອີຣານ ໄດ້ຕອບໂຕ້ຄືນດ້ວຍການບຸກໂຈມຕີເຂົ້າຫຼາຍປະເທດໃນພາກພື້ນທີ່ມີຖານທີ່ໝັ້ນຂອງ ອາເມລິກາ ລວມມີ ກູເວດ, ສະຫະລັດ ອາຣັບ ເອມມີເລດ (UAE), ກາຕາ ແລະບາເຣັນ.
    |
 |
|
ເກີດໄຟໄໝ້ພາຍຫຼັງເຫດບຸກໂຈມຕີ ຢູ່ ເຕເຮຣານ, ອີຣານ. ພາບ: ສໍານັກຂ່າວສານຫວຽດນາມ |
ພິເສດ, ຢູ່ສະໜາມຮົບ ລີບັງ, ວັນທີ 8 ເມສາ, ກອງທັບອາກາດ ອິດສະຣາແອັນ ໄດ້ປຸກລະດົມຫຼາຍບັ້ນບຸກໂຈມຕີຢ່າງດຸເດືອດເລັ່ງໃສ່ນັບຮ້ອຍເປົ້າໝາຍໃນທົ່ວ ລີບັງ, ໃນນັ້ນມີນະຄອນຫຼວງ Beirut. ການຜັນແປດັ່ງກ່າວເຮັດໃຫ້ແຜນການຢຸດຕິການປະທະກັນລະຫວ່າງ ອາເມລິກາ ແລະ ອີຣານ ປະເຊີນໜ້າກັບຄວາມສ່ຽງຖືກແຕກຫັກ, ພ້ອມທັງສ້າງກຳລັງກົດດັນຢ່າງໃຫຍ່ຫຼວງຕໍ່ບັນດາຮອບເຈລະຈາລະຫວ່າງສອງຝ່າຍ ທີ່ຄາດວ່າຈະດຳເນີນຢູ່ Islamabad ໃນທ້າຍອາທິດນີ້, ຕາມຂໍ້ລິເລີ່ມຂອງປະເທດເຈົ້າພາບ ປາກິດສະຖານ.
ແຫຼ່ງຄັດຈາກ: vovworld.vn