ອາເມລິກາ ແລະ ອີຣານ ຢຸດຍິງຊົ່ວຄາວໃນເວລາ 2 ອາທິດ ເພື່ອເຈລະຈາ
ເມື່ອຂຽນໃນສື່ສັງຄົມອອນໄລ Truth Social ຕອນບ່າຍວັນທີ 7 ເມສາ (ຕາມເວລາ ວໍຊິງຕັນ), ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ຈະຢຸດຕິຊົ່ວຄາວບັນດາການບຸກໂຈມຕີແນໃສ່ ອີຣານ ໃນໄລຍະເວລາ 2 ອາທິດ, ພາຍຫຼັງທີ່ ປາກິດສະຖານ ຮຽກຮ້ອງຕໍ່ກຳນົດເວລາໃຫ້ແກ່ຄວາມມານະພະຍາຍາມທາງການທູດ.
ທ່ານ Donald Trump ປະທານາທິບໍດີ ອາເມລິກາ ພັນລະນາວ່າ ນີ້ແມ່ນ “ຄຳສັ່ງຢຸດຍິງສອງສົ້ນ”, ພ້ອມທັງຢັ້ງຢືນວ່າ ວໍຊິງຕັນ ກໍພວມໃກ້ຈະໄປເຖິງຂໍ້ຕົກລົງກ່ຽວກັບສັນຕິພາບໄລຍະຍາວກັບ ອີຣານ ກໍຄືສັນຕິພາບຢູ່ຕາເວັນອອກກາງຢ່າງເດັດຂາດ.
ການນຳ ອາເມລິກາ ໃຫ້ຮູ້ວ່າ ວໍຊິງຕັນ ໄດ້ຮັບຂໍ້ສະເໜີແນະ 10 ຂໍ້ຈາກ ອີຣານ ແລະ ຕີລາຄາວ່າ ນີ້ແມ່ນພື້ນຖານທີ່ມີຄວາມເປັນໄປໄດ້ ເພື່ອດຳເນີນການເຈລະຈາ.
ໃນຂະນະນັ້ນ, ວັນທີ 8 ເມສາ, ສະພາຄວາມໝັ້ນຄົງແຫ່ງຊາດສູງສຸດ ອີຣານ ໄດ້ຢັ້ງຢືນກ່ຽວກັບຂໍ້ຕົກລົງຢຸດຍິງທີ່ແກ່ຍາວ 2 ອາທິດ ໂດຍ ປາກິດສະຖານ ເປັນກາງ ແລະ ໄດ້ຮັບຮອງເອົາພາຍໃຕ້ຄວາມເຫັນດີຈາກທ່ານ Mojtaba Khamenei ຜູ້ນຳສູງສຸດ ອີຣານ.
ຝ່າຍ ເຕເຮຣານ ໃຫ້ຮູ້ວ່າ ບັນດາການເຈລະຈາກ່ຽວກັບຂໍ້ຕົກລົງໄລຍະຍາວນານ ຈະຈັດຂຶ້ນໃນວັນທີ 10 ເມສາ ຢູ່ນະຄອນຫຼວງ Islamabad ຂອງ ປາກິດສະຖານ. ໃນໄລຍະເວລາຢຸດຍິງ 2 ອາທິດ, ອີຣານ ໃຫ້ຄຳໝັ້ນສັນຍາຈະຮັບປະກັນຄວາມປອດໄພໃຫ້ແກ່ການໄປມາຜ່ານຊ່ອງແຄບທະເລ Hormuz ພາຍໃຕ້ການສົມທົບກັບກຳລັງປະກອບອາວຸດຂອງປະເທດນີ້.
ແຫຼ່ງຄັດຈາກ: vovworld.vn