ຄໍາຖະແຫຼງທີ່ກົງກັນຂ້າມກັນຂອງການນຳ ອີຣານ, ອາເມລິກາ ກ່ອນດຳເນີນການເຈລະຈາ
ວັນທີ 10 ເມສາ ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງ Islamabad (ປາກິດສະຖານ), ຄະນະຜູ້ແທນອີຣານ ແລະອາເມລິກາ ມີການເຈລະຈາສຳຄັນ ເພື່ອແນໃສ່ຢຸດຕິການປະທະກັນທີ່ແກ່ຍາວເກືອບ 6 ອາທິດ.
    |
 |
|
ທ່ານ Donald Trump ປະທານາທິບໍດີອາເມລິກາ ໃນການຖະແຫຼງຂ່າວຢູ່ Washington, DC. ພາບ: REUTERS/Evan Vucci |
ກ່ອນການເຈລະຈາ, ວັນທີ 9 ເມສາ, ການນຳສອງປະເທດຍັງຄົງຍົກອອກບັນດາຄຳຖະແຫຼງທີ່ແຂງກະດ້າງໂດຍຊີ້ໃຫ້ເຫັນຄວາມຂັດແຍ້ງກັນໃນເປົ້າໝາຍເຈລະຈາລະຫວ່າງສອງຝ່າຍ.
ໃນສານທີ່ເປັນລາຍລັກອັກສອນຫຼ້າສຸດທີ່ສື່ມວນຊົນອີຣານ ໄດ້ປະກາດ, ການນຳສູງສຸດຄົນໃໝ່ຂອງອີຣານ, ທ່ານ Mojtaba Khamenei, ຢັ້ງຢືນວ່າ ສາທາລະນະລັດ ອິດສະລາມ ບໍ່ຢາກສູ້ຮົບກັບອາເມລິກາ ແລະອິດສະຣາແອັນ ແຕ່ຈະປົກປ້ອງບັນດາສິດຖືກຕ້ອງຕາມກົດໝາຍຂອງຕົນດ້ວຍຖານະເປັນປະເທດໜຶ່ງ.
ສ່ວນໃນຫຼາຍບົດຂຽນທີ່ເອົາລົງໃນສື່ສັງຄົມອອນໄລ, ທ່ານ Donald Trump ປະທານາທິບໍດີອາເມລິກາ ໄດ້ກ່າວຫາ ອີຣານ ລະເມີດບັນດາມາດຕາຂອງຂໍ້ຕົກລົງຢຸດຍິງຊົ່ວຄາວເປັນເວລາ 2 ອາທິດ, ໂດຍສະເພາະແມ່ນຍັງບໍ່ທັນເປີດປະຕູຊ່ອງແຄບທະເລຍຸດທະສາດ Hormuz ໃຫ້ກໍາປັ່ນໄປມາຄືນໃໝ່ເທື່ອ. ກໍຕາມການນຳອາເມລິກາ, ອີຣານ ບໍ່ໄດ້ເກັບຄ່າທໍານຽມເມື່ອກ່ຳປັ່ນໄປຜ່ານຊ່ອງແຄບທະເລດັ່ງກ່າວ ແລະຖືວ່າບັນດາບັນຫາທີ່ກ່ຽວຂ້ອງເຖິງການເກັບຄ່າທຳນຽມຜ່ານຊ່ອງແຄບທະເລ Hormuz ບໍ່ແມ່ນຂໍ້ຕົກລົງທີ່ສອງປະເທດລະບຸໄວ້ກ່ອນນັ້ນ.
ແຫຼ່ງຄັດຈາກ: vovworld.vn