ວັນ​ທີ 08 ເມ​ສາ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ​່າງ​ປະ​ເທດ ຈີນ ໄດ້​ອອກ​ແຈ້ງ​ການ​ໃຫ້​ຮູ້​ວ່າ ໂດຍ​ຕອບ​ຮັບ​ຄຳ​ເຊີນ​ຈາກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ​ປ​ປ.ເກົາຫຼີ, ທ່ານ ຫວາງ​ອີ ກຳ​ມະ​ການ​ກົມ​ການ​ເມືອງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ ສ​ປ​ປ. ຈີນ ນັບ​ແຕ່​ວັນ​ທີ 9 – 10 ເມ​ສາ. ນີ້​ແມ່ນ​ການ​ຢ້ຽມ​ຢາມ​ທາງ​ການ​ ສ​ປ​ປ. ເກົາຫຼີ ເປັນ​ຄັ້ງທຳ​ອິດ​ຂອງ​ທ່ານ ຫວາງ​ອີ ນັບ​ແຕ່​ປີ 2019.

leftcenterrightdel
ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈີນ ຫວາງ​ອີ ແລະ ຄູ່​ຕຳ​ແໜ່ງ ສ​ປ​ປ.ເກົາຫຼີ Choe Son Hui ໃນ​ການ​ຢ້ຽມ​ຢາມ ປັກ​ກິ່ງ ເມື່ອ​ເດືອນກັນ​ຍາ 2025. ພາບ: ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ

ເມື່ອ​ກ່າວ​ຄຳ​ເຫັນ​ໃນ​ການ​ຖະ​ແຫຼງ​ຂ່າວ​ນັດ​ສາ​ມັນ ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ ໝາວ​ໜິງ ໂຄ​ສົກ​ກະ​ຊວງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ ໃຫ້​ຮູ້​ວ່າ ການ​ຢ້ຽມ​ຢາມ​ຂອງ​ທ່ານ ຫວາງ​ອີ ຄັ້ງ​ນີ້ ແມ່ນ​ມາດ​ຕະ​ການ​ແກ້​ໄຂ​ສຳ​ຄັນ​ເພື່ອ​ໃຫ້​ສອງ​ຝ່າຍ​ປະ​ຕິ​ບັດ​ຄຳ​ເຫັນ​ດີ​ເຫັນ​ພ້ອມ​ທີ່​ບັນ​ລຸ​ໄດ້​ລະ​ຫວ່າງ​ບັນ​ດາ​ການ​ນຳ​ຂັ້ນ​ສູງ​ສອງ​ພັກ, ສອງ​ລັດ, ກໍ​ຄືຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ສາຍ​ພົວ​ພັນ​ສອງ​ຝ່າຍ.

ການ​ຢ້ຽມ​ຢາມ​ຂອງ​ທ່ານ ຫວາງ​ອີ ໄດ້​ດຳ​ເນີນ ພາຍຫຼັງທີ່ ຈີນ ແລະ ສ​ປ​ປ.ເກົາຫຼີ ຫວ່າງ​ມໍ່ໆ​ມາ​ນີ້ ໄດ້ເຊື່ອມ​ຕໍ່​ຄືນ​ບັນ​ດາ​ການ​ບໍ​ລິ​ການ​ທາງ​ລົດ​ໄຟ ແລະ ທາງ​ອາ​ກາດ​ເຊື່ອມ​ຕໍ່​ໂດຍ​ກົງ​ ເຊິ່ງ​ເປັນຄັ້ງ​ທຳ​ອິດ​ນັບ​ແຕ່​ພາຍຫຼັງ​ໂລກ​ລະ​ບາດ ໂຄວິດ - 19.

ແຫຼ່ງຄັດຈາກ: vovworld.vn