ບັນດານັກບິນ Artemis II ກັບມາໜ່ວຍໂລກຢ່າງປອດໄພ
ຍານອາວະກາດ Orion ໂດຍສານນັກບິນ 4 ຄົນ ໄດ້ລົງຈອດຢູ່ ມະຫາສະໝຸດປາຊີຟິກ ດ້ວຍຈ້ອງ ໃນເວລາ 17 ໂມງ 07 ນາທີ ຂອງວັນທີ 10 ເມສາ (ຕາມເວລາທ້ອງຖິ່ນ).
    |
 |
|
ຍານອາວະກາດ Orion ໂດຍສານນັກບິນ 4 ຄົນໄດ້ລົງຈອດຢູ່ມະຫາສະໝຸດປາຊີຟິກ. ພາບ: NASA/AP |
ຕອນຄ່ຳວັນທີ 10 ເມສາ (ຕາມເວລາທ້ອງຖິ່ນ), ອົງການການບິນອາວະກາດ ອາເມລິກາ (NASA) ຢັ້ງຢືນວ່າ ບັນດານັກບິນທີ່ເຂົ້າຮ່ວມພາລະກິດ Artemis II ໄດ້ລົງຈອດຢູ່ໜ່ວຍໂລກຢ່າງປອດໄພ, ເປັນການສິ້ນສຸດການບິນຄັ້ງປະຫວັດສາດທີ່ນຳມະນຸດໄປອ້ອມດວງຈັນຄັ້ງທຳອິດພາຍຫຼັງກວ່າເຄິ່ງສັດສະວັດ.
ຕາມແຈ້ງການຂອງ NASA, ຍານອາວະກາດ Orion ໂດຍສານນັກບິນ 4 ຄົນໄດ້ລົງຈອດຢູ່ມະຫາສະໝຸດປາຊີຟິກ ດ້ວຍຈ້ອງໃນເວລາ 17 ໂມງ 07 ນາທີຂອງວັນທີ 10 ເມສາ (ຕາມເວລາທ້ອງຖິ່ນ).
ພາລະກິດແກ່ຍາວເປັນ 10 ວັນ, ໂດຍໄດ້ຍິງຈາກສູນອາວະກາດ Kennedy, ລັດ Florida, ສ້າງຂີດໝາຍບາດກ້າວສຳຄັນໃນໂຄງການ Artemis. ນີ້ແມ່ນຖ້ຽວບິນມີຄົນຂັບທຳອິດໄປຍັງດວງຈັນ ນັບແຕ່ເມື່ອພາລະກິດຂອງ Apollo 17 ໃນປີ 1972. ບັນດາຂໍ້ມູນທີ່ເກັບກຳມາໄດ້, ພິເສດແມ່ນກ່ຽວຂ້ອງເຖິງແຜ່ນກັນອຸ່ນຫະພູມຂອງຍານອາວະກາດ Orion, ເຕັກໂນໂລຊີໜູນຊ່ວຍຊີວິດ… ຈະສວມບົດບາດຫຼັກແຫຼ່ງໃຫ້ແກ່ບັນດາພາລະກິດຄັ້ງຕໍ່ໄປ.
ແຫຼ່ງຄັດຈາກ: vovworld.vn