leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ເຂົ້າຮ່ວມພິທີຕ້ອນຮັບນາມມະຍົດວິລະຊົນກໍາລັງປະກອບອາວຸດປະຊາຊົນຂອງທະຫານເຂດ 3. ພາບ: qdnd.vn

ກ່າວຄໍາເຫັນທີ່ພິທີ, ຕາງໜ້າການນໍາພັກ, ລັດ, ທ່ານ ໂຕເລິມ ຍ້ອງຍໍຊົມເຊີຍບັນດາຜົນງານອັນໂດດເດັ່ນ, ການປະກອບສ່ວນອັນໃຫຍ່ຫຼວງຂອງກໍາລັງປະກອບອາວຸດທະຫານເຂດ 3 ໃນພາລະກິດການປະຕິວັດອັນສະຫງ່າລາສີຂອງພັກ, ຂອງຊາດໃນເວລາ 80 ກວ່າປີຜ່ານມາ. ທ່ານເລຂາທິການໃຫຍ່, ປະທານປະເທດ ເນັ້ນໜັກວ່າ ໃນຊຸມປີຈະມາເຖິງ, ໜ້າທີ່ການທະຫານ, ການປ້ອງກັນຊາດ ພວມວາງອອກຫຼາຍບັນຫາໃຫຍ່, ຮີບດ່ວນຕໍ່ກັບທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບເຮົາ. ເພື່ອປະຕິບັດເປັນຢ່າງດີພາລະບົດບາດ, ໜ້າທີ່ທີ່ໄດ້ຮັບມອບໝາຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ຮຽກຮ້ອງໃຫ້ທະຫານເຂດ 3 ສຸມໃສ່ຊາບຊຶມຢ່າງເລິກເຊິ່ງມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງທັບ ຄັ້ງທີ XII, ມະຕິກອງປະຊຸມໃຫຍ່ອົງຄະນະພັກທະຫານເຂດ 3 ຄັ້ງທີ X, ບັນດາມະຕິ, ຄໍາສັ່ງຂອງຂັ້ນເທິງ, ໂດຍສະເພາະແມ່ນມະຕິສູນກາງ ຄັ້ງທີ 8 (ຊຸດທີ XIII) ວ່າດ້ວຍ “ຍຸດທະສາດປົກປັກຮັກສາປະເທດຊາດ ໃນສະພາບການໃໝ່”.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ, ເລຂາຄະນະພັກການທະຫານສູນກາງ ກ່າວຄໍາເຫັນຊີ້ນໍາທີ່ພິທີ. ພາບ: qdnd.vn

ທ່ານເລຂາທິການໃຫຍ່, ປະທານປະເທດ ເຊື່ອໝັ້ນວ່າ ພະນັກງານ, ນັກຮົບກໍາລັງປະກອບອາວຸດທະຫານເຂດ 3 ຈະສືບຕໍ່ຮັກສາ ແລະເສີມຂະຫຍາຍມູນເຊື້ອກົມກອງວິລະຊົນກໍາລັງປະກອບອາວຸດປະຊາຊົນ, ປະກອບສ່ວນປົກປັກຮັກສາປະເທດຊາດ ຫວຽດນາມ ສັງຄົມນິຍົມ ໄວ້ຢ່າງໝັ້ນຄົງ, ພ້ອມກັບທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ນໍາປະເທດຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່-ສັງກາດບຸກທະລຸ, ປະດິດສ້າງ ແລະເປັນເຈົ້າຕົນເອງ ຢ່າງໝັ້ນໃຈ.

leftcenterrightdel
 
leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ, ເລຂາຄະນະພັກການທະຫານສູນກາງ  ປະດັບນາມມະຍົດວິລະຊົນກໍາລັງປະກອບອາວຸດປະຊາຊົນ ໃຫ້ທະຫານເຂດ 3. ພາບ: qdnd.vn

ທີ່ພິທີ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ໄດ້ປະດັບນາມມະຍົດວິລະຊົນກໍາລັງປະກອບອາວຸດປະຊາຊົນ ໃຫ້ແກ່ທະຫານເຂດ 3. ກ່ອນໜ້ານັ້ນ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ແລະບັນດາຜູ້ແທນ ໄດ້ຖະຫວາຍທູບທຽນອາໄລຫາ ປະທານ ໂຮ່ຈີມິນ ແລະບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ທີ່ເຮືອນອະນຸສອນສະຖານນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ກໍາລັງປະກອບອາວຸດທະຫານເຂດ 3.

ໂດຍ: ໄຊຊະນະ