ສື່ມວນຊົນສາກົນ ຕີລາຄາບາດກ້າວສຳຄັນໃນໂຄງປະກອບການນຳ ຫວຽດນາມ
ວັນທີ 7 ເມສາ, ສື່ມວນຊົນພາກພື້ນ ແລະ ສາກົນ ໄດ້ມີຫຼາຍບົດຂຽນຕີລາຄາກ່ຽວກັບເຫດການສະພາແຫ່ງຊາດຫວຽດນາມ ຊຸດທີ XVI ເລືອກຕັ້ງບັນດາຕຳແໜ່ງຫຼັກແຫຼ່ງຂອງລັດ.
    |
 |
|
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ. ພາບ: ສໍານັກຂ່າວສານຫວຽດນາມ |
ວັນທີ 7 ເມສາ, ໜັງສືພິມ ຊີນຮວາ (ຈີນ) ໄດ້ຄັດຄຳກ່າວປາໄສ ຮັບດຳລົງຕຳແໜ່ງຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ໃນນັ້ນຢືນຢັນໜ້າທີ່ຕົ້ນຕໍ ແມ່ນຮັກສາສະພາບແວດລ້ອມແຫ່ງສັນຕິພາບ ແລະສະຖຽນລະພາບ, ຊຸກຍູ້ການພັດທະນາປະເທດຊາດແບບຍືນຍົງ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ. ການນຳ ຈີນ ໄດ້ສົ່ງໂທລະເລກອວຍພອນບັນດາການນຳ ຫວຽດນາມ, ໃນນັ້ນໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການສ້າງ “ປະຊາຄົມແບ່ງປັນອະນາຄົດ” ລະຫວ່າງ ຈີນ ແລະ ຫວຽດນາມ, ຢືນຢັນການພົວພັນ 2 ຝ່າຍໃນຊຸມປີມໍ່ໆມານີ້ຈະບັນລຸໄດ້ຫຼາຍບາດກ້າວພັດທະນາກະໂດດຂັ້ນ.
ສຳນັກຂ່າວສານ ລັດເຊຍ RIA Novosti ໃຫ້ຮູ້ວ່າ ທ່ານ Vladimir Putin, ປະທານາທິບໍດີສະຫະພັນ ລັດເຊຍ ໄດ້ສົ່ງໂທລະເລກອວຍພອນ ເຖິງ ທ່ານເລຂາທິການໃຫຍ່ ໂຕເລິມ ໃນໂອກາດໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງປະທານປະເທດ. ໃນໂທລະເລກ, ທ່ານປະທານາທິບໍດີ ລັດເຊຍ ເຊື່ອໝັ້ນວ່າ ບົດບາດໃໝ່ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະປະກອບສ່ວນປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ມົດສະກູ ແລະ ຮ່າໂນ້ຍ.
ໃນວັນດຽວກັນ, ສື່ມວນຊົນ ສິງກະໂປ ກໍ່ພ້ອມກັນໃຫ້ຂ່າວເລື່ອງສະພາແຫ່ງຊາດ ຫວຽດນາມ ເລືອກຕັ້ງ ທ່ານເລຂາທິການໃຫຍ່ ໂຕເລິມ ຮັບດຳລົງຕຳແໜ່ງປະທານປະເທດ ໃນສົກ 5 ປີຈະມາເຖິງ. ໜັງສືພິມ “The Straits Times” ແລະ CNA (ສິງກະໂປ) ໃຫ້ຂໍ້ສັງເກດວ່າ ຂໍ້ຕົກລົງນີ້ໄດ້ສ້າງຂີດໝາຍເຫດການສຳຄັນໃນໂຄງປະກອບການນຳ ຫວຽດນາມ.
ແຫຼ່ງຄັດຈາກ: vovworld.vn