ວັນທີ 18 ມັງກອນ, ທ່ານ Rustem Umerov ຫົວໜ້າຄະນະເຈລະຈາ ຢູແກຼນ ໃຫ້ຮູ້ວ່າ ບັນດາການເຈລະຈາກັບບັນດາເຈົ້າໜ້າທີ່ອາເມລິກາ ເພື່ອແນໃສ່ຊອກຫາມາດຕະການຢຸດຕິການປະທະກັນທີ່ແກ່ຍາວເປັນເວລາ 4 ປີ ກັບ ລັດເຊຍ ຈະສືບຕໍ່ໄດ້ດຳເນີນຢູ່ນອກເວທີປາໄສເສດຖະກິດໂລກ ຢູ່ນະຄອນ Davos, ປະເທດ ສະວິດ ໃນອາທິດນີ້. ທ່ານ Rustem Umerov ໃຫ້ຮູ້ວ່າ ພາຍຫຼັງການເຮັດວຽກເປັນເວລາ 2 ວັນຢູ່ Florida, ອາເມລິກາ. ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເຮັດວຽກຢູ່ລະດັບກຸ່ມໃນໄລຍະປຶກສາຫາລືຕໍ່ໄປຢູ່ Davos. ການພົບປະຢູ່ ອາເມລິກາ ມີການເຂົ້າຮ່ວມຂອງທ່ານ Steve Witkoff ທູດພິເສດ ແລະທ່ານ Jared Kushner. ຕາມທ່ານ Rustem Umerov ແລ້ວ, ເນື້ອໃນປຶກສາຫາລືສຸມໃສ່ເຂົ້າການຮັບປະກັນບັນດາຄວາມໝັ້ນຄົງໃຫ້ແກ່ຢູແກຼນ ແລະແຜນການຟື້ນຟູເສດຖະກິດຫຼັງສົງຄາມ, ແຕ່ຍັງບໍ່ທັນມີສັນຍານໃດສະແດງໃຫ້ເຫັນວ່າ ສອງຝ່າຍບັນລຸໄດ້ຂໍ້ຕົກລົງລະອຽດສະບັບໃດໜຶ່ງ.

ແຫຼ່ງຄັດຈາກ: vovworld.vn