ຜູ້ອຳນວຍການໂຮງໝໍ Al-Shifa ຢູ່ນະຄອນກາຊາ ໃຫ້ຮູ້ວ່າ ການບຸກໂຈມຕີຂອງ ອິດສະຣາແອັນ ຢູ່ໃກ້ບັນດາເຂດເຮືອນຕູບທີ່ມີປະຊາຊົນລີ້ໄພເປັນຈຳນວນຫຼາຍຢູ່ທາງທິດຕາເວັນຕົກນະຄອນກາຊາ ນັ້ນໄດ້ເຮັດໃຫ້ມີຜູ້ຊາຍ 3 ຄົນເສຍຊີວິດ, ໃນນັ້ນມີພະນັກງານການແພດ 1 ຄົນ.
ກໍໃນວັນດຽວກັນ, ສື່ມວນຊົນລີບັງ ໄດ້ຖະແຫຼງຂ່າວວ່າ ອິດສະຣາແອັນ ຈະສືບຕໍ່ບຸກໂຈມຕີເຂົ້າເຂດຊານເມືອງທາງທິດໃຕ້ນະຄອນຫຼວງ Beirut. ໃນຂະນະທີ່ ເຮັກໂບລາ ຖະແຫຼງໄດ້ປະທະກັນກັບກຳລັງອິດສະຣາແອັນ ທີ່ສົ່ງພົນເຂົ້າພາກຕາເວັນອອກ ລີບັງ. ຕາມກຳລັງເຮັກໂບລາ ແລ້ວ, ເຮືອບິນ ເຮລີກອັບເຕ 15 ລຳຂອງ ອິດສະຣາແອັນ ຈາກຊີຣີ ໄດ້ແຊກແຊງເຂົ້າລີບັງ ແລະຖືກຍິງຕົກ 1 ລຳ.
ແຫຼ່ງຄັດຈາກ: vovworld.vn
Type the code from the image