ຕາມທ່ານ Yury Ushakov ຜູ້ຊ່ວຍວຽກຂອງທ່ານປະທານາທິບໍດີລັດເຊຍ ແລ້ວ, ການສົນທະນາໄດ້ດຳເນີນຕາມຂໍ້ສະເໜີຈາກຝ່າຍປະທານາທິບໍດີ ອາເມລິກາ ເພື່ອແນໃສ່ປຶກສາຫາລືກ່ຽວກັບສະພາບການປະທະກັນກ່ຽວຂ້ອງເຖິງອີຣານ ກໍຄືບັນດາການເຈລະຈາສາມຝ່າຍລະຫວ່າງລັດເຊຍ, ອາເມລິກາ ແລະຢູແກຼນ ເພື່ອແນໃສ່ຊອກຫາມາດຕະການແກ້ໄຂການປະທະກັນຢູ່ ຢູແກຼນ. ການເຈລະຈາລະຫວ່າງການນຳສອງທ່ານ ໄດ້ດຳເນີນໄປດ້ວຍຈິດໃຈ “ແທດຈິງ, ກົງໄກກົງມາ ແລະມີລັກສະນະສ້າງສັນ”, ພ້ອມດຽວກັນນັ້ນສອງຝ່າຍກໍສະແດງຄວາມກຽມພ້ອມທີ່ຈະຮັກສາບັນດາການພົບປະເປັນປະຈຳໃນໄລຍະຈະມາເຖິງ. ຕາມວັງ Kremlin ແລ້ວ, ທ່ານປະທານາທິບໍດີ Trump ຢັ້ງຢືນຄືນໃໝ່ວ່າ ວໍຊິງຕັນ ປາດຖະໜາຢາກໃຫ້ລັດເຊຍ ແລະຢູແກຼນ ບັນລຸໄດ້ມາດຕະການຍາວນານໃຫ້ແກ່ການປະທະກັນ.

ແຫຼ່ງຄັດຈາກ: vovworld.vn