ລາຄານ້ຳມັນຂອງໂລກເພີ່ມຂຶ້ນຢ່າງແຮງ ແລະເກີນ 100 ໂດລາສະຫະລັດ/ຖັງ ເມື່ອຕະຫຼາດເປີດປະຕູການແລກປ່ຽນການຄ້າໃນວັນທີ 8 ມີນາ, ໃນສະພາບບັນດານັກລົງທຶນມີຄວາມວິຕົກກັງວົນວ່າ ແຫຼ່ງສະໜອງພະລັງງານທົ່ວໂລກຖືກຂາດວັກຂາດຕອນຍ້ອນສະພາບຄວາມເຄັ່ງຕຶງຢູ່ຕາເວັນອອກກາງ ເພີ່ມຂຶ້ນ. ນີ້ເປັນຄັ້ງທຳອິດລາຄານ້ຳມັນລື່ນລະດັບນັບແຕ່ເມື່ອເກີດການປະທະກັນລະຫວ່າງລັດເຊຍ - ຢູແກຼນ ໃນເດືອນ ກຸມພາ 2022. ລາຄານ້ຳມັນເຊື້ອໄຟ ແລະນ້ຳມັນດິບ (WTI) ຮັບຮູ້ຕົວເລກເພີ່ມຂຶ້ນເຖິງ 20%, ຂຶ້ນເປັນ 109,17 ໂດລາສະຫະລັດ/ຖັງ - ເປັນຕົວເລກສູງສຸດນັບແຕ່ເດືອນ ກຸມພາ 2022. ໃນຂະນະນັ້ນ, ລາຄານ້ໍາມັນ Brent ເພີ່ມຂຶ້ນປະມານ 19%, ຂຶ້ນເປັນ 110,35 ໂດລາສະຫະລັດ/ຖັງ.

ລາຄານ້ຳມັນເພີ່ມຂຶ້ນຢ່າງແຂງແຮງໃນສະພາບທີ່ການປະທະກັນຢູ່ພາກພື້ນຕາເວັນອອກກາງ ໄດ້ກ້າວເຂົ້າສູ່ອາທິດທີ 2. ບັນດານັກຊ່ຽວຊານສາກົນກ່າວເຕືອນວ່າຖ້າລາຄານ້ຳມັນຮັກສາກວ່າ 100 ໂດລາສະຫະລັດ/ຖັງ ໃນໄລຍະຍາວນັ້ນ, ເສດຖະກິດທົ່ວໂລກອາດຈະຖືກຄວາມກົດດັນຫຼາຍພໍສົມຄວນຍ້ອນລາຄາພະລັງງານເພີ່ມຂຶ້ນຢ່າງແຮງ.

ແຫຼ່ງຄັດຈາກ: vovworld.vn