ນາຍົກລັດຖະມົນຕີ ອິດສະຣາແອັນ ຖະແຫຼງ ສືບຕໍ່ບຸກໂຈມຕີ ອີຣານ
ໂດຍບໍ່ຫົວຊາຕໍ່ຄຳຮຽກຮ້ອງ ແລະຄຳກ່າວເຕືອນສາກົນ, ຕອນຄ່ຳວັນທີ 7 ມີນາ, ການນຳລັດຖະບານ ອິດສະຣາແອັນ ຢັ້ງຢືນ ບັ້ນບຸກໂຈມຈີຂອງປະເທດນີ້ ຕ້ານ ອີຣານ ຈະສືບຕໍ່ດຳເນີນ.
    |
 |
|
ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu. ພາບ: REUTERS/Ronen Zvulun |
ເມື່ອກ່າວຄຳເຫັນໃນຊ່ອງໂທລະພາບອິດສະຣາແອັນ, ທ່ານນາຍົກລັດຖະມົນຕີ Benjamin Netanyahu ຢັ້ງຢືນວ່າ ບັ້ນຕໍ່ສູ້ຕ້ານລະບອບຢູ່ ອີຣານ ແນ່ນອນວ່າ ຈະສືບຕໍ່ດຳເນີນ. ອິດສະຣາແອັນ ໄດ້ກະກຽມແຜນການດ້ວຍຄວາມປະເອີບໃຈຫຼາຍຢ່າງໃນໄລຍະຕໍ່ໄປຂອງບັ້ນຕໍ່ສູ້, ເປົ້າໝາຍແມ່ນກໍ່ຄວາມຂາດສະຖຽນລະພາບ ແລະ ປ່ຽນແປງລະບອບຢູ່ ອີຣານ. ກໍໃນຖະແຫຼງການ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ ຮຽກຮ້ອງໃຫ້ບັນດາສະມາຊິກທະຫານພິທັກປະຕິວັດອິດສະລາມ ອີຣານ ຈົ່ງວາງອາວຸດ ເພື່ອຮັບປະກັນຄວາມປອດໄພທາງຊີວິດອິນຊີ.
ຖະແຫຼງການຂອງທ່ານນາຍົກລັດຖະມົນຕີ ອິດສະຣາແອັນ ໄດ້ຍົກອອກມາໃນສະພາບການບັ້ນຕໍ່ສູ້ ໂດຍປະເທດນີ້ ແລະ ອາເມລິກາ ປຸກລະດົມຕ້ານຄືນ ອີຣານ ກ້າວເຂົ້າສູ່ອາທິດທີ 2. ຕອນຄ່ຳວັນທີ 7 ມີນາ, ກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ໃຫ້ຮູ້ວ່າ ໃນໄລຍະກວ່າໜຶ່ງອາທິດປະທະກັນ, ກອງທັບອາກາດປະເທດນີ້ໄດ້ຖິ້ມລະເບີດລົງດິນແດນ ອີຣານ ທັງໝົດກວ່າ 7.500 ລູກ, ຫຼາຍທົບຫຼາຍເທົ່າເມື່ອທຽບໃສ່ຈຳນວນລູກລະເບີດທີ່ນຳໃຊ້ໃນສົງຄາມ ເຕເຮຣານ ເມື່ອເດືອນ ມິຖຸນາ 2025.
ໃນການຜັນແປທີ່ກ່ຽວຂ້ອງ, ວັນທີ 8 ມີນາ, ວົງການເຈົ້າໜ້າທີ່ ອີຣານ ໄດ້ຖະແຫຼງ ຈັບຕົວທະຫານອາເມລິກາ ຫຼາຍຄົນເພື່ອເປັນຕົວປະກັນ, ພ້ອມທັງຢັ້ງຢືນວ່າ ມີກຳລັງຄວາມສາມາດຢ່າງພຽງພໍເພື່ອຮັກສາບັ້ນຮົບອັນດຸເດືອດກັບ ອາເມລິກາ ແລະ ອິດສະຣາແອັນ ໃນເວລາຢ່າງໜ້ອຍສຸດເຄິ່ງປີ.
ແຫຼ່ງຄັດຈາກ: vovworld.vn