leftcenterrightdel
ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ກ່າວຄຳເຫັນຕໍ່ນັກຂ່າວຢູ່ Washington, DC, ອາເມລິກາ ໃນວັນທີ 3 ມີນາ 2026. ພາບ: REUTERS/Elizabeth Frantz

ໃນຖະແຫຼງການທີ່ໄດ້ຍົກອອກມາໃນວັນທີ 7 ມີນາ, ກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ທ່ານລັດຖະມົນຕີການຕ່າງປະເທດ Marco Rubio ໄດ້ຢັ້ງຢືນ ມີ “ກໍລະນີສຸກເສີນ” ຮຽກຮ້ອງຕ້ອງດຳເນີນການຂາຍອາວຸດໃຫ້ແກ່ ອິດສະຣາແອັນ, ຜ່ານນັ້ນ ຍົກເວັ້ນບັນດາຄຳຮຽກຮ້ອງປົກກະຕິກ່ຽວກັບເລື່ອງສະພາແຫ່ງຊາດ ພິຈາລະນາທຸລະກຳ. ທຸລະກຳດັ່ງກ່າວໄດ້ຮັບການປະຕິບັດພາຍຫຼັງ ອາເມລິກາ ແລະ ອິດສະຣາແອັນ ເລີ່ມຕົ້ນບັ້ນຮົບບຸກໂຈມຕີທາງອາກາດລວມ ເລັ່ງໃສ່ ອີຣານ, ເຊິ່ງເປັນບັ້ນຮົບການທະຫານໃຫຍ່ສຸດຂອງ ວໍຊິງຕັນ ນັບແຕ່ສົງຕາມ ອີຣານ ເມື່ອປີ 2003.

ກະຊວງສົງຄາມ ອາເມລິກາ ໃຫ້ຮູ້ວ່າ ທຸລະກຳດັ່ງກ່າວ “ຈະປະກອບສ່ວນຊຸກຍູ້ນະໂຍບາຍພົວພັນຕ່າງປະເທດ ແລະຄວາມໝັ້ນຄົງແຫ່ງຊາດຂອງອາເມລິກາ”, ພ້ອມທັງໃຫ້ຮູ້ວ່າ ຜູ້ຮັບເໝົາຫຼັກຂອງສັນຍານີ້ແມ່ນ Repkon USA  ມີສຳນັກງານຕັ້ງຢູ່ ລັດ Texas.

ແຫຼ່ງຄັດຈາກ: vovworld.vn