ອີຣານ ເລືອກສາດສະດາຄົນໃໝ່
ຜູ້ນຳສູງສຸດ Mojtaba Khamenei, ເກີດປີ 1969, ໄດ້ຮັບການຕີລາຄາວ່າແມ່ນຜູ້ນຳແນວທາງທີ່ຄ້າຍຄືກັນກັບພໍ່ຂອງຕົນ.
ວັນທີ 8 ມີນາ, ສະພານັກຊ່ຽວຊານ ອີຣານ ໄດ້ປະກາດການຄັດເລືອກສາດສະດາ Mojtaba Khamenei, ລູກຊາຍຂອງສາດສະດາ Ali Khamenei, ກາຍເປັນຜູ້ນຳສູງສຸດທີ 3 ຂອງ ອີຣານ. ຂໍ້ຕົກລົງດັ່ງກ່າວໄດ້ຍົກອອກມາພາຍຫຼັງຜູ້ສາດສະດາໃຫຍ່ Ali Khamenei ເສຍຊີວິດໃນບັນດາການບຸກໂຈມຕີສົມທົບກັນຂອງ ອາເມລິກາ ແລະອິດສະຣາແອັນ ໃນວັນທີ 28 ກຸມພາ. ຜູ້ນຳສູງສຸດ Mojtaba Khamenei, ເກີດປີ 1969, ໄດ້ຮັບການຕີລາຄາວ່າແມ່ນຜູ້ນຳແນວທາງທີ່ຄ້າຍຄືກັນກັບພໍ່ຂອງຕົນ.
ໃນວັນດຽວກັນ, ວັນທີ 9 ຂອງການປະທະກັນຢູ່ຕາເວັນອອກກາງ, ບັນດາຝ່າຍເຂົ້າຮ່ວມການຕໍ່ສູ້ສືບຕໍ່ດຳເນີນການບຸກໂຈມຕີຢ່າງຮ້າຍແຮງໃສ່ກັນ. ໃນຄະນະນັ້ນ, ອິດສະຣາແອັນ ໄດ້ເປີດການບຸກໂຈມຕີທາງອາກາດ 5 ຄັ້ງແນໃສ່ ອີຣານ. ກົງກັນຂ້າມ, ອີຣານ ໄດ້ປຸກລະດົມດ້ວຍລູກສອນໄຟນຳວິຖີ 9 ຄັ້ງໃສ່ ອິດສະຣາແອັນ. ພ້ອມກັນນັ້ນ, ອີຣານ ກໍ່ຢືນຢັນວ່າ ບໍ່ຊອກຫາຄຳສັ່ງຢຸດຍິງ ແລະຮຽກຮ້ອງໃຫ້ ອາເມລິກາ ຕ້ອງຂໍໂທດຍ້ອນໃຫ້ເກີດການປະທະກັນ.
ແຫຼ່ງຄັດຈາກ: vovworld.vn