ການປະທະກັນຢູ່ຕາເວັນອອກກາງ: ຫຼາຍປະເທດຮຽກຮ້ອງຢຸດຕິການປະທະກັນ
ການປະທະກັນສືບຕໍ່ເພີ່ມຂຶ້ນຢູ່ຕາເວັນອອກກາງ ເຮັດໃຫ້ປະຊາຄົມສາກົນມີຄວາມວິຕົກກັງວົນທີ່ສຸດ ແລະຫຼາຍປະເທດໄດ້ສະແດງທັດສະນະ ກໍຄືຮຽກຮ້ອງໃຫ້ບັນດາຝ່າຍຈົ່ງລະງັບໃຈເພືຶ່ອຫຼີກລ່ຽງການແຜ່ລາມອອກສູ່ວົງກວ້າງຢູ່ພາກພື້ນ.
ທ່ານ Sergey Lavrov, ລັດຖະມົນຕີການຕ່າງປະເທດລັດເຊຍ ຖືວ່າ ນີ້ແມ່ນຈຸດເວລາທີ່ເໝາະສົມ ເພື່ອຜັນຂະຫຍາຍຂໍ້ສະເໜີຂອງທ່ານປະທານາທິບໍດີ Vladimir Putin ກ່ຽວກັບການຈັດກອງປະຊຸມສຸດຍອດ 5 ປະເທດກຳມະການຖາວອນສະພາຄວາມໝັ້ນຄົງສະຫະປະຊາດ.
ທ່ານ Anwar Ibrahim, ນາຍົກລັດຖະມົນຕີ ມາເລເຊຍ ຖືວ່າ ບັນດາການເຄື່ອນໄຫວດ້ານການທະຫານຂອງອາເມລິກາ ແລະອິດສະຣາແອັນ ແນໃສ່ ອີຣານ ແມ່ນ “ລະເມີດກົດໝາຍສາກົນ ກໍຄືບັນດາຫຼັກການນິຕິກຳ ແລະຄຸນສົມບັດ”.
ໃນຂະນະນັ້ນ, ທ່ານ Hakan Fidan, ລັດຖະມົນຕີການຕ່າງປະເທດ ຕວັກກີ ກ່າວເຕືອນຄວາມສ່ຽງຂາດສະຖຽນລະພາບຢູ່ ອີຣານ ຈະເພີ່ມຂຶ້ນ. ທ່ານເນັ້ນໜັກວ່າ ຕວັກກີ ຄັດຄ້ານທຸກແຜນການຊວຍໃຊ້ການຈຳແນກເຊື້ອຊາດເຜົ່າພັນເພື່ອແບ່ງແຍກພາຍໃນ ອີຣານ, ຍ້ອນນີ້ແມ່ນ “ແຜນການອັນຕະລາຍທີ່ສຸດ” ຕໍ່ກັບຄວາມສະຖຽນລະພາບຢູ່ພາກພື້ນ.
ແຫຼ່ງຄັດຈາກ: vovworld.vn