ເສດຖະກິດລັດເຊຍ ກັບຄືນສູ່ທອັບ 10 ພື້ນຖານເສດຖະກິດໂລກ ໄລ່ຕາມ GDP
ອົງການສະຖິຕິລັດເຊຍ (Rosstat) ໄດ້ຮັບຮູ້ຍອດຜະລິດຕະພັນພາຍໃນ (GDP) ຂອງ ລັດເຊຍ ບັນລຸມູນຄ່າ 2.556 ຕື້ໂດລາສະຫະລັດ. ຕົວເລກດັ່ງກ່າວໄດ້ນຳປະເທດລັດເຊຍ ຈັດອັນດັບທີ 8 ໃນຕາຕະລາງບັນດາພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ.
ຕາມ Rosstat ແລ້ວ, ອາເມລິກາ ຍັງນຳໜ້າຕາຕະລາງດ້ວຍ 30.800 ຕື້ໂດລາສະຫະລັດ, ຈີນ ຢືນອັນດັບທີ 2 ດ້ວຍ 19.800 ຕື້ ໂດລາສະຫະລັດ, ເຢຍລະມັນ ຢືນອັນດັບທີ 3 ດ້ວຍ 5.050 ຕື້ໂດລາສະຫະລັດ, ຍີ່ປຸ່ນ ຢືນອັນດັບທີ 4 ດ້ວຍ 4.400 ຕື້ ໂດລາສະຫະລັດ…
ບັນດານັກໄຈ້ແຍກຖືວ່າ ການກັບຄືນສູ່ທອັບ 10 ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກຂອງລັດເຊຍ ແມ່ນຍ້ອນການຟື້ນຟູພາຍຫຼັງວິກິດການ ແລະຄວາມສາມາດຮັບມືກັບບັນດາເງື່ອນໄຂໃໝ່. ສິ່ງທີ່ໜ້າສົນໃຈ, ການສະສົມຄຳຂອງລັດເຊຍ ໄດ້ເພີ່ມຂຶ້ນລະດັບສະຖິຕິເກືອບ 130 ຕື້ໂດລາສະຫະລັດ ໃນປີ 2025, ຈາກກວ່າ 195 ຕື້ໂດລາສະຫະລັດ ຂຶ້ນກວ່າ 326 ຕື້ໂດລາສະຫະລັດ.
ແຫຼ່ງຄັດຈາກ: vovworld.vn