NATO ດຳເນີນບັ້ນຊ້ອມຮົບຂະໜາດໃຫຍ່ ຢູ່ເອີຣົບເໜືອ
ວັນທີ 10 ມີນາ, ກຳລັງປະກອບອາວຸດ ແຟງລັງ ໃຫ້ຮູ້ວ່າ ມີທະຫານປະມານ 25.000 ຄົນ ທີ່ມາຈາກ 14 ປະເທດສະມາຊິກອົງການອັດລັງຕິກເໜືອ (NATO) ພວມເຂົ້າຮ່ວມການຊ້ອມຮົບ Cold Response 2026 ຢູ່ປະເທດນີ້, ກໍຄື ນອກແວ ແລະສະວິດ.
ການຊ້ອມຮົບເລີ່ມແຕ່ວັນທີ 9 ມີນາ ແລະຄາດວ່າຈະແກ່ຍາວຮອດທ້າຍເດືອນນີ້, ສ່ອງແສງໃຫ້ເຫັນເລື່ອງ NATO ພວມເພີ່ມທະວີການປະກົດຕົວຢູ່ພາກພື້ນ ເອີຣົບເໜືອ ຕາມຂໍ້ລິເລີ່ມທີ່ມີຊື່ວ່າ Arctic Sentry (ແປວ່າ ພົມແດນສົ້ນເໜືອ) ເພື່ອແນໃສ່ຮັບມືກັບສະພາບແວດລ້ອມຄວາມໝັ້ນຄົງທີ່ປ່ຽນແປງ ແລະຜົນປະໂຫຍດຍຸດທະສາດນັບມື້ນັບເພີ່ມຂຶ້ນຢູ່ສົ້ນເໜືອ.
ການຊ້ອມຮົບໂດຍ ນອກແວ ນຳໜ້າດ້ວຍການເຂົ້າຮ່ວມຂອງນາຍທະຫານມາຈາກ 14 ປະເທດ, ລວມມີ: ນອກແວ, ອາເມລິກາ, ອັງກິດ, ເຢຍລະມັນ, ໂຮນລັງ, ຝລັ່ງ, ອີຕາລີ, ການາດາ, ແອັດສະປາຍ, ຕວກກີ, ສະວິດ, ແຟງລັງ, ແດນມາກ ແລະ ແບນຊິກ. ນອກແວ ໄດ້ພັນລະນາວ່າ ນີ້ແມ່ນການຊ້ອມຮົບການທະຫານໃຫຍ່ສຸດ ເຊິ່ງປະເທດນີ້ໄດ້ເຂົ້າຮ່ວມໃນປີ 2026.
ແຫຼ່ງຄັດຈາກ: vovworld.vn