leftcenterrightdel
ທ່ານປະທານາທິບໍດີ ລັດເຊຍ Vladimir Putin. ພາບ: Sputnik/Gavriil Grigorov/Pool via REUTERS

ເຖິງຢ່າງໃດກໍຕາມ, ລັດເຊຍ ຕ້ອງການບັນດາສັນຍານທີ່ຈະແຈ້ງສະແດງໃຫ້ເຫັນວ່າ ບັນດາວິສາຫະກິດ ແລະປະເທດກ່ຽວຂ້ອງມີຄວາມປາດຖະໜາຢາກສ້າງສາຍພົວພັນຮ່ວມມືແບບຍືນຍົງ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງແທ້ຈິງ.

ກໍໃນການຜັນແປທີ່ກ່ຽວຂ້ອງ, ອຳນາດການປົກຄອງຂອງທ່ານ Donald Trump ປະທານາທິບໍດີອາເມລິກາ ພວມພິຈາລະນາຄວາມສາມາດຜ່ອນຜັນຄຳສັ່ງລົງໂທດຕໍ່ນ້ຳມັນຈຳນວນໜຶ່ງຂອງລັດເຊຍ ເພື່ອແນໃສ່ເພີ່ມທະວີແຫຼ່ງສະໜອງພະລັງງານທົ່ວໂລກ, ໃນສະພາບລາຄານ້ຳເພີ່ມຂຶ້ນຢ່າງແຮງຍ້ອນການປະທະກັນລະຫວ່າງອາເມລິກາ, ອິດສະຣາແອັນ ແລະອີຣານ.

ແຫຼ່ງຄັດຈາກ: vovworld.vn