ອີຣານ ກ່າວເຕືອນ ການບຸກໂຈມຕີການນຳສູງສຸດ ແມ່ນການປະກາດສົງຄາມ
ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດວ່າ “ຮອດເວລາທີ່ຕ້ອງຊອກຫາຄະນະການນຳຊຸດໃໝ່ຢູ່ອີຣານ” ແລ້ວ ແລະຕຳໜິຕິຕຽນ “ອຳນາດການປົກຄອງ ອີຣານ ນຳໃຊ້ການປາບປາມເພື່ອຄຸ້ມຄອງປະເທດຊາດ”.
ວັນທີ 18 ມັງກອນ, ທ່ານປະທານາທິບໍດີ ອີຣານ Masoud Pezeshkian ໄດ້ກ່າວເຕືອນວ່າ ບໍ່ວ່າການບຸກໂຈມຕີໃດເລັ່ງໃສ່ທ່ານ Ali Khamenei ການນຳສູງສຸດ ອີຣານ ຈະແມ່ນການປະກາດສົງຄາມ. ໃນຊຸມວັນຜ່ານມາ, ອີຣານ ແລະ ອາເມລິກາ ສືບຕໍ່ມີການປະກາດແຂງກ້າດ້າງເລັ່ງໃສ່ກັນ. ໃນສານສະບັບຫຼ້າສຸດ, ທ່ານປະທານາທິບໍດີ ອີຣານ ກ່າວເຕືອນວ່າ ເລັ່ງໃສ່ການນຳສູງສຸດອີຣານ, ຄ້າຍຄືກັນກັບສົງຄາມຢ່າງຮອບດ້ານກັບປະເທດນີ້. ກ່ອນໜ້ານັ້ນ, ວັນທີ 17 ມັງກອນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດວ່າ “ຮອດເວລາທີ່ຕ້ອງຊອກຫາຄະນະການນຳຊຸດໃໝ່ຢູ່ອີຣານ” ແລ້ວ ແລະຕຳໜິຕິຕຽນ “ອຳນາດການປົກຄອງ ອີຣານ ນຳໃຊ້ການປາບປາມເພື່ອຄຸ້ມຄອງປະເທດຊາດ”.
ແຫຼ່ງຄັດຈາກ: vovworld.vn