ວັນທີ 17 ມັງກອນ, ບັນດານັກເຈລະຈາສັນຕິພາບຂອງ ຢູແກຼນ ໄດ້ເດີນທາງໄປ ອາເມລິກາ ເພື່ອປຶກສາຫາລືລາຍລະອຽດຂອງຂໍ້ຕົກລົງສະເໜີຢຸດຕິການປະທະກັນທີ່ແກ່ຍາວເປັນເວລາ 4 ປີກັບ ລັດເຊຍ. ຄາດວ່າ, ຄະນະຜູ້ແທນ ຢູແກຼນ ຈະພົບປະກັບບັນດາທູດພິເສດຂອງ ອາເມລິກາ ໂດຍແມ່ນທ່ານ Steve Witkoff ແລະທ່ານ Jared Kushner ພ້ອມກັບ ທ່ານ Daniel Driscoll ລັດຖະມົນຕີກະຊວງທະຫານບົກ ອາເມລິກາ.

leftcenterrightdel
ພາບປະກອບ: REUTERS

ວົງການເຈົ້າໜ້າທີ່ ຢູແກຼນ ໃຫ້ຮູ້ວ່າ ໂຄງການດຳເນີນງານຢູ່ ອາເມລິກາ ກໍ່ຈະສຸມໃສ່ບັນດາກົນໄກຮັບປະກັນຄວາມໝັ້ນຄົງ ແລະບ້ວງເງິນສ້າງຕັ້ງຄືນໃໝ່ພາຍຫຼັກການປະທະກັນ. ທ່ານ Volodymyr Zelensky, ປະທານາທິບໍດີ ຢູແກຼນ ສະແດງຄວາມຫວັງວ່າ ຈະໄດ້ລົງນາມໃນບັນດາຂອບເອກະສານກ່ຽວກັບ “ບ້ວງວັດທະນາຖາວອນ” ກັບ ອາເມລິກາ ຢູ່ນອກເວທີປາໄສເສດຖະກິດໂລກ ຢູ່ Davos ໃນອາທິດຈະມາເຖິງ, ເພື່ອແນໃສ່ມີຈຳນວນເງິນປະມານ 8 ຕື້ USD ລົງທຶນໃຫ້ແກ່ການສ້າງ ຢູແກຼນ ຄືນໃໝ່.

ແຫຼ່ງຄັດຈາກ: vovworld.vn