leftcenterrightdel
ຜູ້ໂດຍສານ ຢູ່ສະໜາມບິນສາກົນ Miami, ລັດ Florida ຢູ່ອາເມລິກາ. ພາບ: REUTERS

ຕາມບົດບັນທຶກຊ່ວຍຈຳ ຈາກກະຊວງການຕ່າງປະເທດອາເມລິກາ ແລ້ວ, ການອອກວິຊາ ຈະຢຸດຊົ່ວຄາວໃນຂະນະທີ່ກະຊວງການຕ່າງປະເທດອາເມລິກາ ຕີລາຄາຄືນໃໝ່ທຸກວິວັດການສະເໜີພິຈາລະນາອະນຸມັດ ເພື່ອສະກັດກັ້ນການເຂົ້າໄປຕັ້ງຖິ່ນຖານຂອງຊາວຕ່າງປະເທດ ທີ່ຈະໄດ້ຮັບຜົນປະໂຫຍດຈາກການໜູນຊ່ວຍ. ໄລຍະເວລາສຳລັບການກະທຳນີ້ຍັງບໍ່ໄດ້ຍົກອອກມາຢ່າງຈະແຈ້ງ. ຕາມບົດລາຍງານແລ້ວ, ໃນຈຳນວນບັນດາປະເທດຖືກຜົນສະທ້ອນລວມມີ ໂຊມາລີ, ລັດເຊຍ, ອີຣານ, ອາບການິດສະຖານ, ບຣາຊິນ, ນີເຊລີ ແລະໄທ. ບັນດາຜູ້ຕາງໜ້າຂອງກະຊວງການຕ່າງປະເທດອາເມລິກາ ຍັງບໍ່ທັນຍົກອອກຄຳເຫັນກ່ຽວກັບຂໍ້ມູນດັ່ງກ່າວ.

ແຫຼ່ງຄັດຈາກ: vovworld.vn