ທີ່ການເຮັດວຽກ, ສອງຝ່າຍໄດ້ຕີລາຄາສູງໝາກຜົນການຜັນຂະຫຍາຍປະຕິບັດບົດບັນທຶກຊ່ວຍຈຳ (MOU) ໄລຍະ 2021-2025. ກ່ຽວກັບດ້ານການເມືອງ-ການທູດ, ການເຄື່ອນໄຫວແລກປ່ຽນຄະນະໄດ້ດໍາເນີນເປັນປະຈຳ ແລະແທດຈິງ, ພິເສດແມ່ນການຢ້ຽມຢາມຂັ້ນສູງຂອງການນຳນະຄອນໂຮ່ຈີມິນ ແລະນະຄອນຫຼວງວຽງຈັນ. ການພົວພັນລະຫວ່າງອົງການຈັດຕັ້ງທາງການເມືອງ-ສັງຄົມສອງຝ່າຍ ສືບຕໍ່ໄດ້ຮັບການເປີດກວ້າງ. ໃນຂົງເຂດການສຶກສາ, ນະຄອນໂຮ່ຈີມິນ ໄດ້ມອບທຶນການສຶກສາຈໍານວນ 17 ທຶນໃຫ້ນັກສຶກສານະຄອນຫຼວງວຽງຈັນໃນແຕ່ລະປີ. ພິເສດ, ໃນໄລຍະພະຍາດໂຄວິດ-19, ສອງທ້ອງຖິ່ນໄດ້ໃຫ້ໜູນຊ່ວຍອຸປະກອບການແພດຢ່າງທັນການ, ສະແດງໃຫ້ເຫັນຈິດໃຈຂອງ "ສາຍຈິດມິດໃຈອ້າຍນ້ອງ".

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ທຸຍຫວູ

ມຸ່ງໄປເຖິງໄລຍະ 2026-2030, ສອງຝ່າຍເຫັນດີເປັນເອກະພາບຕໍ່ຮ່າງ MOU ສະບັບໃໝ່ດ້ວຍຫຼາຍຈຸດບຸກທະລຸທັງລວງກວ້າງ ແລະລວງເລິກ, ຄື: ເປີດກວ້າງຂົງເຂດການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະສາທາລະນະສຸກ; ຍູ້ແຮງການຮ່ວມມືດ້ານການສຶກສາ. ພ້ອມກັນນັ້ນ, ຄົ້ນຄວ້າຜັນຂະຫຍາຍໂຄງການສູນການຄ້າ ແລະທ່ອງທ່ຽວນະຄອນຫຼວງວຽງຈັນ ຢູ່ນະຄອນໂຮ່ຈີມິນ; ສຸມໃສ່ກໍ່ສ້າງສໍານັກງານຕາແສງໂນນຫວາຍ ແລະສູນອຸປະກາລະສັງຄົມ ຢູ່ລາວ; ພະແນກກໍ່ສ້າງນະຄອນໂຮ່ຈີມິນ ແລະພະແນກໂຍທາທິການ ແລະຂົນສົ່ງນະຄອນຫຼວງວຽງຈັນ ຈະເພີ່ມທະວີການແລກປ່ຽນປະສົບການໃນການວາງແຜນຜັງ,  ພັດທະນາຕົວເມືອງແບບຍືນຍົງ.

ສິ້ນສຸດການເຮັດວຽກ, ສອງຝ່າຍຢືນຢັນວ່າ ຈະມານະພະຍາຍາມແກ້ໄຂຮົ້ວກີດຂວາງກ່ຽວກັບລະບຽບການບໍລິຫານ, ຕັດສິນໃຈນໍາການພົວພັນຮ່ວມມືລະຫວ່າງນະຄອນໂຮ່ຈີມິນ-ນະຄອນຫຼວງວຽງຈັນ ໃຫ້ກາຍເປັນແບບຢ່າງຂອງການຮ່ວມມືທ້ອງຖິ່ນລະຫວ່າງຫວຽດນາມ ແລະລາວ.

ໂດຍ: ເຈິ່ນຮວ່ຽນ