ວັນທີ 11 ມັງກອນ, ທ່ານ Anita Anand, ລັດຖະມົນຕີການຕ່າງປະເທດການາດາ ໄດ້ໂອ້ລົມທາງໂທລະສັບກັບທ່ານ Lars Lokke Rasmussen, ລັດຖະມົນຕີການຕ່າງປະເທດແດນມາກ ແລະ ທ່ານນາງ Vivian Motzfeldt, ເຈົ້າໜ້າທີ່ຜູ້ຮັບຜິດຊອບການຕ່າງປະເທດຂອງ Greenland ໄດ້ຢືນຢັນຫຼັກໝັ້ນເປັນເອກະພາບສະໜັບສະໜູນອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ລາຊະອານາຈັກ ແດນມາກ ແລະ Greenland.

ໃນຂະນະນັ້ນ, ຢູ່ເອີລົບ, ຫຼາຍປະເທດສະມາຊິກອົງການສົນທິສັນຍາອັດລັງຕິກເໜືອ (ນາໂຕ) ພວມຍູ້ແຮງການທາບທາມຄວາມເຫັນກ່ຽວກັບຄວາມອາດສາມາດຜັນຂະຫຍາຍກຳລັງຢູ່ Greenland. ອັງກິດ ໄດ້ປຶກສາຫາລືກັບຝລັ່ງ ແລະເຢຍລະມັນ ກ່ຽວກັບແຜນການຜັນຂະຫຍາຍໜ້າທີ່ ນາໂຕ ຢູ່ເກາະປົກຄຸ້ມດ້ວຍຕົນເອງນີ້ ຄືດັ່ງມາດຕະການປົກປ້ອງຕໍ່ໜ້າຄວາມສ່ຽງ Greenland ຖືກອາເມລິກາ ໂຮມເຂົ້າ.

ແຫຼ່ງຄັດຈາກ: vovworld.vn