ຫວຽດນາມ ໄດ້ ແລະກໍາລັງຫັນປ່ຽນຈາກພື້ນຖານເສດຖະກິດດ້ອຍພັດທະນາ ເພື່ອໃຫ້ກາຍເປັນຈຸດພົ້ນເດັ່ນແຫ່ງການເຕີບໂຕຂອງອາຊີ. ບໍ່ພຽງແຕ່ຮັບຮູ້ຜົນງານດ້ານເສດຖະກິດທີ່ໜ້າປະທັບໃຈເທົ່ານັ້ນ, ແຕ່ບັນດາອົງການສາກົນ, ນັກຊ່ຽວຊານ, ສື່ມວນຊົນຕ່າງປະເທດ ນັບມື້ນັບເນັ້ນໜັກເຖິງບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນຕ່ອງໂສ້ການສະໜອງທົ່ວໂລກ, ການພັດທະນາແບບຍືນຍົງ ແລະ ການຮ່ວມມືຫຼາຍຝ່າຍ. ບັນດາໝາກຜົນດັ່ງກ່າວແມ່ນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ການຊາບຊຶມ, ຜັນຂະຫຍາຍບັນດາທິດທາງໃຫຍ່ທີ່ໄດ້ກໍານົດໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ຢ່າງມີປະສິດທິຜົນ, ພ້ອມທັງສືບຕໍ່ໄດ້ຮັບການສືບທອດ ແລະພັດທະນາໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ທີ່ຈະມາເຖິງນີ້.
ຫວຽດນາມ ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນປະເທດທີ່ມີຄວາມຮັບຜິດຊອບ, ພ້ອມແລ້ວທີ່ຈະກະທໍາເພື່ອຜົນປະໂຫຍດລວມ, ແລະມີຄວາມໝັ້ນໃຈກ້າວເຂົ້າສູ່ໄລຍະພັດທະນາໃໝ່ ດ້ວຍການກຳນົດທິດ ທີ່ນັບມື້ນັບຈະແຈ້ງຂຶ້ນກວ່າເກົ່າ.
ຄວາມເຊື່ອໝັ້ນສາກົນ ໄດ້ສ້າງຂຶ້ນບົນພື້ນຖານຫຼາຍປະການ
ເມື່ອເບິ່ງຄືນປີ 2025 ແລະ 5 ປີທີ່ຜ່ານມາ, ໃນສະພາບການໂລກມີການຜັນແປສັບສົນຫຼາຍຢ່າງ, ຫວຽດນາມ ຍັງຄົງຮັກສາສະຖຽນລະພາບດ້ານເສດຖະກິດມະຫາພາກ ແລະທ່າເຕີບໂຕທີ່ຕັ້ງໜ້າໄວ້ໄດ້. ປີ 2025, ຫວຽດນາມ ໄດ້ປະຕິບັດສຳເລັດ, ບັນລຸໄດ້ ແລະລື່ນກາຍ 15/15 ຄາດໝາຍເສດຖະກິດ-ສັງຄົມຫຼັກ; ພ້ອມທັງບັນລຸລະດັບການເຕີບໂຕລວມຍອດຜະລິດຕະພັນພາຍໃນປະເທດ (GDP) ປະມານ 8,02%, ລື່ນກາຍຄວາມຫວັງທີ່ຕັ້ງໄວ້. ຫຼາຍສໍານັກຂ່າວສານສາກົນ ໄດ້ຮັບຮູ້ວ່າ ຫວຽດນາມ ແມ່ນ “ຈຸດພົ້ນເດັ່ນໃນທ່າມກາງສະພາບເສດຖະກິດໂລກທີ່ມົວໝອງ.”
ປີ 2025, ກະແສເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າຫວຽດນາມ ບັນລຸກວ່າ 27,5 ຕື້ USD, ແມ່ນລະດັບສູງສຸດໃນ 5 ປີຜ່ານມາ. ສິ່ງທີ່ໜ້າໃສ່ໃຈ, ຂອບຂະໜາດ ແລະຄຸນນະພາບນັບມື້ນັບເພີ່ມຂຶ້ນ, ຂົງເຂດວິທະຍາສາດເຕັກໂນໂລຢີ ແລະນະວັດຕະກຳ ກວມເອົາອັດຕາສ່ວນຫຼາຍ.
    |
 |
|
ຫວຽດນາມ ເປັນເຈົ້າພາບຈັດຕັ້ງພິທີເປີດການລົງນາມສົນທິສັນຍາຮ່າໂນ້ຍ ໃນວັນທີ 25-26 ຕຸລາ 2025 ທີ່ຮ່າໂນ້ຍ. ພາບ: vov.vn |
ລະບົບນິເວດນະວັດຕະກຳຂອງຫວຽດນາມ ກໍ່ພວມຄ່ອຍໆສ້າງຂຶ້ນ, ເປັນສັນຍານສະແດງໃຫ້ເຫັນວ່າ ຫວຽດນາມ ໄດ້ຮັບຄວາມເຊື່ອໝັ້ນໃນການເລືອກເຟັ້ນເປັນຕ່ອງໂສ້ສຳຄັນໃນເຄືອຂ່າຍນະວັດຕະກໍາທົ່ວໂລກ.
ບັນດາຄຳໝັ້ນສັນຍາເປີດປະຕູຕະຫຼາດ, ການປັບປຸງສະພາບແວດລ້ອມແຫ່ງການລົງທຶນ ແລະຊຸກຍູ້ການຮ່ວມສໍາພັນໃນພາກພື້ນ ສືບຕໍ່ເຮັດໃຫ້ພາບພົດຂອງຫວຽດນາມ ໂປ່ງໃສ, ສະເໝີຕົ້ນສະເໝີປາຍ ແລະເປັນໜ້າໄວ້ເນື້ອເຊື່ອໃຈ. ບັນດານັກຊ່ຽວຊານ ຖືວ່າ ການຫັນປ່ຽນໃນຫວ່າງມໍ່ໆມານີ້ໄດ້ຮັບການຕີລາຄາວ່າແມ່ນ ການກະຕຸ້ນທີ່ສໍາຄັນໃຫ້ແກ່ຍຸດທະສາດລົງທຶນໃນໄລຍະຍາວ.
ທ່ານ Michael Kokalari, ນັກຊ່ຽວຊານດ້ານເສດຖະກິດຂອງກອງທຶນລົງທຶນ VinaCapital, ຖືວ່າ: “ທີໜຶ່ງແມ່ນການຫັນປ່ຽນຈິນຕະນາການຂອງລະບົບອໍານາດການປົກຄອງ ຢ່າງແຂງແຮງ. ບັນດາການນໍາຮັບຟັງ, ຮັບຮູ້, ກະທໍາຢ່າງໄວກວ່າ. ທີສອງ, ເຂົາເຈົ້າໄດ້ວາງເປົ້າໝາຍທີ່ມີຄວາມທະເຍີທະຍານທີ່ສຸດ. ທີສາມແມ່ນຄວາມດຸ່ນດ່ຽງລະຫວ່າງການລົງທຶນ FDI ແລະການລົງທຶນຢູ່ພາຍໃນປະເທດ, ການປະຕິຮູບ ຈະເປີດກາລະໂອກາດລົງທຶນຫຼາຍຢ່າງ”.
ການກະທໍາທີ່ມີຄວາມຮັບຜິດຊອບເພື່ອຜົນປະໂຫຍດລວມ
ຫວຽດນາມ ນັບມື້ນັບຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບໃນການຊຸກຍູ້ການພັດທະນາແບບຍືນຍົງ ແລະການຮ່ວມມືຫຼາຍຝ່າຍ. ຈາກການຫັນປ່ຽນດ້ານພະລັງງານ ແລະການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ຈົນເຖິງການປະກອບສ່ວນ ຢູ່ເວທີພາກພື້ນ ແລະສາກົນ, ຫວຽດນາມ ບໍ່ພຽງແຕ່ເຂົ້າຮ່ວມເທົ່ານັ້ນ ຫາກຍັງໄດ້ເປັນເຈົ້າການສະເໜີມາດຕະການແກ້ໄຂ ແລະ ຊຸກຍູ້ການເຈລະຈາອີກດ້ວຍ.
ເລື່ອງຫວຽດນາມ ຈັດຕັ້ງພິທີເປີດການລົງນາມສົນທິສັນຍາຮ່າໂນ້ຍ 2025 ແມ່ນພະຍານຫຼັກຖານທີ່ຈະແຈ້ງໃຫ້ແກ່ບົດບາດນີ້. ເຫດການດັ່ງກ່າວບໍ່ພຽງແຕ່ຍົກສູງທີ່ຕັ້ງຂອງຫວຽດນາມ ໃນການຮ່ວມມືດ້ານຄວາມປອດໄພທາງໄຊເບີເທົ່ານັ້ນ ຫາກຍັງເປີດໂອກາດລົງທຶນ ໃນຂົງເຂດເຕັກໂນໂລຢີດີຈີຕອນ ແລະຄວາມປອດໄພທາງໄຊເບີ ອີກດ້ວຍ. ທ່ານ Bruno Sivanadan ປະທານຮ່ວມຄະນະກໍາມະການດີຈີຕອນຂອງສະຫະສະມາຄົມວິສາຫະກິດເອີລົບ ປະຈໍາ ຫວຽດນາມ (EuroCham) ຖືວ່າ: “ເມື່ອເວົ້າເຖິງກອງປະຊຸມສົນທິສັນຍາຮ່າໂນ້ຍ, ທຸກຄົນຄິດເຖິງຫວຽດນາມ ເມື່ອເວົ້າເຖິງຄວາມປອດໄພດ້ານໄຊເບີ ແລະເຕັກໂນໂລຊີ, ນີ້ແມ່ນສັນຍານທີ່ດີ ໃຫ້ແກ່ຂະແໜງເຕັກໂນໂລຢີ ຢູ່ຫວຽດນາມ. ສິ່ງດັ່ງກ່າວຍັງຈະບັງຄັບໃຫ້ບັນດາບໍລິສັດຫວຽດນາມ ຕ້ອງຕອບສະໜອງຕາມມາດຕະຖານສາກົນ ແລະຕ້ອງປະຕິບັດຕາມ. ຕໍ່ກັບພວກຂ້າພະເຈົ້າ, ຜູ້ທີ່ກໍາລັງລົງທຶນເຂົ້າຫວຽດນາມນັບມື້ນັບຫຼາຍ, ນີ້ແມ່ນກາລະໂອກາດທີ່ດີເພື່ອຄວ້າເອົາໄວ້”.
ກ້າວເຂົ້າສູ່ໄລຍະພັດທະນາໃໝ່, ດ້ວຍບັນດາລັດຖະນະໂຍບາຍຍຸດທະສາດ ເຊິ່ງໄດ້ກໍານົດໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ, ຫວຽດນາມ ພວມມີພື້ນຖານກໍານົດນັບມື້ນັບຈະແຈ້ງກວ່າ ເພື່ອສືບຕໍ່ປັບປຸງທີ່ຕັ້ງເປັນຈຸດພົ້ນເດັ່ນຂອງການເຕີບໂຕ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນປະເທດກະທໍາທີ່ມີຄວາມຮັບຜິດຊອບເພື່ອຜົນປະໂຫຍດລວມ.
ໂດຍ: ທູຈາງ