ເລຂາພັກແຂວງບັກນິງ ສົ່ງຈົດໝາຍອວຍພອນເຖິງເລຂາພັກແຂວງໄຊສົມບູນ ແລະແຂວງຫົວພັນ
ກປ.ອອນໄລ - ເນື່ອງໃນໂອກາດກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ປະສົບຜົນສໍາເລັດຢ່າງຈົບງາມ, ສະຫາຍ ຫງວຽນຮົ່ງຖ໊າຍ, ກຳມະການສູນກາງພັກ, ເລຂາພັກແຂວງບັກນິງ ໄດ້ສົ່ງຈົດໝາຍອວຍພອນເຖິງສະຫາຍ ພອຍຄໍາ ຮຸ່ງບຸນຍວງ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ເລຂາພັກແຂວງໄຊສົມບູນ ແລະ ສະຫາຍ ພຸດພັນ ແກ້ວວົງໄຊ, ກໍາມະການສູນກາງພັກປະຊາຊົນປະຕິວັດລາວ, ເລຂາພັກແຂວງຫົວພັນ.
    |
 |
|
ສະຫາຍ ຫງວຽນຮົ່ງຖ໊າຍ ເລຂາພັກແຂວງບັກນິງ ແລະສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເລຂາພັກແຂວງໄຊສົມບູນ ທີ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດຂໍ້ຕົກລົງຮ່ວມມື ໄລຍະ 2021-2025 ແລະລົງນາມຂໍ້ຕົກລົງຮ່ວມມື ໄລຍະ 2026-2030. ພາບ: dangcongsan.vn |
ໃນຈົດໝາຍ, ທ່ານເລຂາພັກແຂວງບັກນິງ ໄດ້ສົ່ງຄໍາອວຍພອນອັນປະເສີດມາຍັງສອງສະຫາຍ ທີ່ໄດ້ຮັບເລືອກຕັ້ງເຂົ້າຮ່ວມຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະສະແດງຄວາມເຊື່ອໝັ້ນວ່າ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ໂດຍກົງແມ່ນຄະນະບໍລິຫານງານສູນກາງພັກ ສະໄໝທີ XII, ປະເທດ ແລະທຸກທ້ອງຖິ່ນຂອງລາວ ໃນນັ້ນມີແຂວງໄຊສົມບູນ ແລະແຂວງຫົວພັນ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ, ສາມັກຄີ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ປະຕິບັດສໍາເລັດເປົ້າໝາຍ ແລະໜ້າທີ່ ເຊິ່ງ ມະຕິກອງປະຊຸມໃຫຍ່ທີ່ໄດ້ວາງອອກຢ່າງມີໄຊ, ບັນລຸໄດ້ຜົນງານອັນໃຫຍ່ຫຼວງໃນວິວັດການປ່ຽນແປງໃໝ່, ສ້າງສາປະເທດລາວ ໃຫ້ມີສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເປັນເອກະພາບ ແລະວັດທະນາຖາວອນ.
ສະຫາຍ ຫງວຽນຮົ່ງຖ໊າຍ ກໍ່ຫວັງວ່າ ຈະສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນຮ່ວມມືມິດຕະພາບລະຫວ່າງສອງຝ່າຍ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດ.
ໂດຍ: ທູຈາງ