ເຖິງວ່າອາກາດໜາວເຢັນກໍຕາມ, ແຕ່ກຳລັງທັງສອງຝ່າຍໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະດຳເນີນການກວດກາຢ່າງຮອບດ້ານເຂດຊາຍແດນ ແລະລະບົບຫຼັກໝາຍຊາຍແດນແຫ່ງຊາດ ແຕ່ຫຼັກໝາຍຊາຍແດນທີ 74 ຫາ ຫຼັກໝາຍຊາຍແດນທີ 77. ຜ່ານການກວດກາເຫັນວ່າ ເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນຍັງຮັກສາສະພາບເດີ່ມ, ບໍ່ມີຮ່ອງຮອຍຂອງການບຸກລຸກ, ການຕັ້ງຖິ່ນຖານທີ່ຜິດກົດໝາຍ ຫຼື ການລະເມີດລະບຽບການຊາຍແດນ. ການລາດຕະເວນ ໄດ້ດຳເນີນໄປຢ່າງປອດໄພ, ຕາມຂັ້ນຕອນ ແລະແຜນການທີ່ໄດ້ຕົກລົງກັນ.

leftcenterrightdel
ສອງຝ່າຍແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ. ພາບ: ແອັງຢຸ້ງ.

ທີ່ການລາດຕະເວນ, ທັງສອງຝ່າຍ ໄດ້ຈັດການປະຊຸມ, ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບແນວທາງ, ນະໂຍບາຍຂອງພັກ ແລະລັດຂອງທັງສອງຝ່າຍກ່ຽວກັບຮູບແບບການຈັດຕັ້ງອໍານາດການປົກຄອງທ້ອງຖິ່ນສອງຂັ້ນ, ການຈັດຕັ້ງກອງປະຊຸມໃຫຍ່ຂອງພັກທຸກຂັ້ນມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ. ພ້ອມກັນນັ້ນ, ສອງຝ່າຍຍັງໄດ້ໃຫ້ຂໍ້ສັງເກດ, ຕີລາຄາສະພາບຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນໃນໂອກາດຕົ້ນປີໃໝ່; ຖອດຖອນບົດຮຽນ ແລະຕົກລົງເຫັນດີກ່ຽວກັບມາດຕະການປະສານງານໃນໄລຍະຈະມາເຖິງ.

ຕາມນັ້ນແລ້ວ, ທັງສອງຝ່າຍ ໄດ້ໃຫ້ຄຳໝັ້ນສັນຍາເພີ່ມທະວີການຄຸ້ມຄອງ, ປົກປັກຮັກສາຊາຍແດນໃນຊ່ວງປີໃໝ່ປະຈໍາຊາດ ປີມະເມຍ 2026 ແລະເຫດການສຳຄັນຍິ່ງຂອງທັງສອງປະເທດ; ປະສານສົມທົບກັບອຳນາດການປົກຄອງທ້ອງຖິ່ນ ເພື່ອຍູ້ແຮງການໂຄສະນາ, ຂົນຂວາຍປະຊາຊົນປະຕິບັດເຂັ້ມງວດ ສັນຍາ ວ່າດ້ວຍລະບຽບການຄຸ້ມຄອງຊາຍແດນທາງບົກ ຫວຽດນາມ-ລາວ. ສອງຝ່າຍໄດ້ເຫັນດີເປັນເອກະພາບ ຈະສືບຕໍ່ຮັກສາການແລກປ່ຽນຂໍ້ມູນຂ່າວສານເປັນປະຈຳ, ປະສານສົມທົບຕໍ່ສູ້ສະກັດກັ້ນ ແລະຕ້ານອາຊະຍາກໍາ, ລາດຕະເວນຄວບຄຸມທາງນ້ອຍຢ່າງໜັກແໜ້ນ, ປະກອບສ່ວນເຂົ້າໃນການກໍ່ສ້າງຊາຍແດນ ສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະພັດທະນາ.

ເນື່ອງໃນໂອກາດນີ້, ຄ້າຍທະຫານຊາຍແດນຊີປາຟິນ ແລະຄ້າຍທະຫານຊາຍແດນເມືອງເມືອນ, ທະຫານຊາຍແດນແຂວງດ້ຽນບຽນ ໄດ້ມອບຂອງຂວັນ ແລະອວຍພອນປີໃໝ່ກອງຮ້ອຍທະຫານຊາຍແດນ 116 (ກອງບັນຊາການທະຫານແຂວງຜົ້ງສາລີ), ປ້ອມຕຳຫຼວດຫວຍລາ ແລະສົ່ງຄໍາອວຍພອນໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949 - 20 ມັງກອນ 2026). ຜ່ານນັ້ນ, ປະກອບສ່ວນເພີ່ມທະວີການພົວພັນສາມັກຄີ, ມິດຕະພາບ ແລະການຮ່ວມມືລະຫວ່າງກຳລັງຄຸ້ມຄອງ,  ປົກປັກຊາຍແດນສອງຝ່າຍ.

ໂດຍ: ໄຊຊະນະ