ມຽນມາ ຈັດການເລືອກຕັ້ງທົ່ວປະເທດຮອບທີ 2
ການເລືອກຕັ້ງທົ່ວປະເທດ ມຽນມາ ຄັ້ງນີ້ມີການເຂົ້າຮ່ວມຂອງ 57 ພັກຝ່າຍການເມືອງ, ດ້ວຍຜູ້ມີສິດເລືອກຕັ້ງປະມານ 5.000 ຄົນ....
ຕອນເຊົ້າວັນທີ 11 ມັງກອນ, ມຽນມາ ໄດ້ເລີ່ມເຂົ້າໄລຍະທີ 2 ການເລືອກຕັ້ງທົ່ວປະເທດຄັ້ງທຳອິດນັບແຕ່ຫຼັງເຫດການການເມືອງປີ 2021. ນີ້ແມ່ນເຫດການການເມືອງທີ່ສຳຄັນໄດ້ຈັດຂຶ້ນຕາມ 3 ໄລຍະດ້ວຍກວ່າ 21.000 ສະຖານທີ່ປ່ອນບັດໃນທົ່ວປະເທດ.
ນັບແຕ່ເວລາ 6 ໂມງເຊົ້າ, ປະຊາຊົນມຽນມາ ໄດ້ໄປປ່ອນບັດຢູ່ບັນດາຫົວໜ່ວຍເລືອກຕັ້ງຂຶ້ນກັບ 12 ໃນຈຳນວນທັງໝົດ 14 ເຂດ ແລະລັດ.
ຄາດວ່າຮອບປ່ອນບັດສຸດທ້າຍຈະຈັດຂຶ້ນໃນວັນທີ 25 ມັງກອນຢູ່ເທດສະບານ 265 ໃນຈຳນວນ 330 ແຫ່ງ, ໃນນັ້ນຍັງມີບັນດາເຂດຍັງຂາດສະຖຽນລະພາບ.
ການເລືອກຕັ້ງທົ່ວປະເທດ ມຽນມາ ຄັ້ງນີ້ມີການເຂົ້າຮ່ວມຂອງ 57 ພັກຝ່າຍການເມືອງ, ດ້ວຍຜູ້ມີສິດເລືອກຕັ້ງປະມານ 5.000 ຄົນທີ່ຍາດແຍ່ງບັນດາທີ່ນັ່ງຢູ່ສະພາຕ່ຳ, ສະພາສູງ ແລະບັນດາອົງການຕຸລາການຂັ້ນລັດ ແລະເຂດ. ສະພາແຫ່ງຊາດສະຫະລັດໃໝ່ຈະເລືອກຕັ້ງປະທານາທິບໍດີ ຜູ້ທີ່ຈະສ້າງຕັ້ງລັດຖະບານໃໝ່.
ແຫຼ່ງຄັດຈາກ: vovworld.vn