ອີຣານ ຖະແຫຼງຄວບຄຸມໄດ້ສະພາບການ, ກຽມພ້ອມເຈລະຈາກັບ ອາເມລິກາ
ວັນທີ 12 ມັງກອນ, ທ່ານ Seyed Abbas Araghchi ລັດຖະມົນຕີການຕ່າງປະເທດອີຣານ ຖະແຫຼງວ່າ ສະພາບການພາຍໃນປະເທດໃນປັດຈຸບັນ “ສາມາດຄວບຄຸມໄດ້”.
    |
 |
|
ທ່ານ Seyed Abbas Araghchi ລັດຖະມົນຕີການຕ່າງປະເທດອີຣານ ກ່າວຄຳເຫັນໃນວັນທີ 12 ມັງກອນ. ພາບ: IRIB/Handout via REUTERS |
ເມື່ອກ່າວຄຳເຫັນຕໍ່ໜ້າບັນດານັກການທູດປະຈຳ ເຕເຮຣານ, ທ່ານລັດຖະມົນຕີການຕ່າງປະເທດ Araghchi ຖືວ່າ ບັນດາບັ້ນແຫ່ຂະບວນປະທ້ວງໃນເບື້ອງຕົ້ນແມ່ນເລີ່ມມາຈາກສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ, ລວມມີການຫຼຸດຄ່າຂອງສະກຸນເງິນ rial ແລະບັນດາມາດຕະການປະຕິຮູບການອຸດໜູນ, ແຕ່ຫຼັງຈາກນັ້ນໄດ້ພາໄປເຖິງການ “ໃຊ້ຄວາມຮຸນແຮງ ແລະປະທະກັນຢ່າງນອງເລືອດ” ແນໃສ່ສ້າງຂໍ້ອ້າງໃຫ້ມີການແຊກແຊງຈາກພາຍນອກ. ທ່ານລັດຖະມົນຕີການຕ່າງປະເທດອີຣານ ຢັ້ງຢືນວ່າ ເຕເຮຣານ ເກັບກຳໄດ້ຫຼັກຖານກ່ຽວກັບການຍື່ນມືເຂົ້າຂອງອາເມລິກາ ແລະອິດສະຣາແອັນ ໃນບັນດາການເຄື່ອນໄຫວ ເຊິ່ງ ອີຣານ ເອີ້ນວ່າ “ກໍ່ການຮ້າຍພາຍໃນປະເທດ”, ພ້ອມທັງໃຫ້ຮູ້ວ່າ ກຳລັງປ້ອງກັນຄວາມສະຫງົບຈະກວາດລ້າງບັນດາເປົ້າໝາຍທີ່ກ່ຽວຂ້ອງ. ກະຊວງການຕ່າງປະເທດອີຣານ ກໍຮຽກຮ້ອງໃຫ້ລັດຖະບານ ບັນດາປະເທດອັງກິດ, ຝລັ່ງ, ເຢຍລະມັນ ແລະອີຕາລີ ຖອນຄືນຖະແຫຼງການສະໜັບສະໜູນຜູ້ແຫ່ຂະບວນປະທ້ວງຢ່າງເປັນທາງການ.
ກ່ຽວຂ້ອງເຖິງສາຍພົວພັນກັບວໍຊິງຕັນ, ທ່ານ Araghchi ເນັ້ນໜັກວ່າ ອີຣານ ພ້ອມແລ້ວທີ່ຈະເຈລະຈາກັບອາເມລິກາ, ແຕ່ພຽງແຕ່ບົນພື້ນຖານຄວາມຍຸຕິທຳ, ເຄົາລົບເຊິ່ງກັນ ແລະກັນ ແລະບໍ່ເຫັນດີຕໍ່ການຈັດວາງ.
ວັນທີ 12 ມັງກອນ, ທ່ານ Donald Trump ປະທານາທິບໍດີອາເມລິກາ ຖະແຫຼງວ່າຈະຈັດວາງອັດຕາພາສີ 25% ສຳລັບບໍ່ວ່າປະເທດໃດທີ່ມີການເຄື່ອນໄຫວດຳເນີນທຸລະກິດກັບ ອີຣານ. ໃນສື່ສັງຄົມອອນລາຍ Truth Social, ທ່ານ Trump ຊີ້ແຈ້ງວ່າ ລະດັບພາສີອາກອນ “ມີຜົນສັກສິດໃນທັນທີ”. ຕາມນັ້ນແລ້ວ, ບໍ່ວ່າປະເທດໃດທີ່ມີການພົວພັນການຄ້າກັບປະເທດ ສາທາລະນະລັດ ອິດສະລາມ ກໍ່ລ້ວນແຕ່ຖືກຈັດວາງອັດຕາພາສີ 25% ສຳລັບບໍ່ວ່າທຸລະກຳໃດ ຫຼື ທຸລະກຳທັງໝົດກັບອາເມລິກາ.
ແຫຼ່ງຄັດຈາກ: vovworld.vn