leftcenterrightdel
ບັນດາຕຶກອາຄານຖືກທຳລາຍ ຢູ່ນະຄອນກາຊາ. ພາບ: REUTERS

ໄລຍະທຳອິດໃນແຜນການຂອງອາເມລິກາ ໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ໃນນັ້ນມີບັນດາການບຸກໂຈມຕີທາງອາກາດຂອງອິດສະລາແອັນ ເຮັດໃຫ້ປະຊາຊົນນັບຮ້ອຍຄົນຢູ່ເຂດກາຊາເສຍຊີວິດ, ເລື່ອງຍັງບໍ່ທັນຢັ້ງຢືນໄດ້ອັດຖິຂອງຕົວປະກັນອິດສະລາແອັນຄົນສຸດທ້າຍ, ກໍ່ຄືຄວາມຊັກຊ້າໃນການເປີດບັນດາດ່ານຊາຍແດນລະຫວ່າງເຂດກາຊາ ແລະເອຢິບ ຄືນໃໝ່.

ການເລີ່ມໄລຍະທີສອງ ໝາຍຄວາມວ່າ: ອາເມລິກາ ແລະບັນດາຄູ່ຮ່ວມມືເປັນກາງໄກ່ເກ່ຍ ຈະປະເຊີນໜ້າກັບບັນດາສິ່ງທ້າທາຍທີ່ສັບສົນກວ່າ, ລວມມີວິທີການແກ້ໄຂ ຮາມາດສ ແລະການຜັນຂະຫຍາຍກຳລັງຮັກສາສັນຕິພາບສາກົນ ຢູ່ເຂດກາຊາ. ໃນບົດທີ່ໄດ້ເອົາລົງໃນສື່ສັງຄົມອອນໄລ, ທ່ານ Steve Witkoff ທູດພິເສດຂອງທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ໄລຍະທີສອງ ຈະສຸມໃສ່ການສ້າງອຳນາດການປົກຄອງປ່ຽນຜ່ານ ຂອງຊາວປາແລັດສະຕິນ ຢູ່ເຂດກາຊາ, ພ້ອມທັງເລີ່ມວິວັດການຫຼຸດຜ່ອນກຳລັງອາວຸດ ແລະສ້າງສາເຂດນີ້ຄືນໃໝ່.

ແຫຼ່ງຄັດຈາກ: vovworld.vn