ວັນທີ 13 ມັງກອນ, ກະຊວງການຕ່າງປະເທດ ອາເມລິກາ ໄດ້ອອກແຈ້ງການຮຽກຮ້ອງໃຫ້ພົນລະເມືອງ ອາເມລິກາ ທີ່ພວມຢູ່ ອີຣານ ຄວນອອກຈາກປະເທດນີ້ໃນທັນທີ, ພ້ອມກັນນັ້ນ ກໍ່ແນະນຳສົ່ງເສີມການເດີນທາງດ້ວຍທາງບົກໄປຍັງ ຕວັກກີ ຫຼື ອາກເມເນຍ ຖ້າເຫັນວ່າມີຄວາມປອດໄພ. ແຈ້ງການຂອງກະຊວງການຕ່າງປະເທດ ອາເມລິກາ ຍົກອອກມາໃນສະພາບທີ່ການແຫ່ຂະບວນປະທ້ວງໄດ້ແຜ່ຂະຫຍາຍເປັນວົງກວ້າງຢູ່ ອີຣານ, ບັນດາບໍລິສັດການບິນພວມສືບຕໍ່ຈຳກັດ ຫຼື ຍົກເລີກຖ້ຽວບິນ.
ປະຈຸບັນ, ອີຣານ ພວມເຫັນປະຈັກຕາບັນດາການແຫ່ຂະບວນປະທ້ວງຕ້ານລັດຖະບານຄັ້ງໃຫຍ່ທີ່ສຸດໃນຫຼາຍປີຜ່ານມາ, ໃນຂະນະທີ່ ອຳນາດການປົກຄອງຂອງທ່ານ Donald Trump ພວມຊັ່ງຊາວິທີຮັບມືກັບສະພາບການຢູ່ປະເທດຕາເວັນອອກກາງນີ້.
ແຫຼ່ງຄັດຈາກ vovworld.vn
Type the code from the image