ເຮັດໃຫ້ເນື້ອໃນຫຸ້ນສ່ວນຍຸດທະສາດ ຫວຽດນາມ-ລາວ ເລິກເຊິ່ງກວ່າອີກ
ກປ.ອອນໄລ - ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກ ຢູ່ ລາວ, ວັນທີ 14 ມັງກອນ, ສະຫາຍ ຫງວຽນແມ້ງເກື່ອງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ວິໄລ ຫຼ້າຄໍາຟອງ, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ.
ສະຫາຍ ຫງວຽນແມ້ງເກື່ອງ ຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ; ຊົມເຊີຍສະຫາຍ ວິໄລ ຫຼ້າຄໍາຟອງ ທີ່ໄດ້ເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII, ເລືອກຕັ້ງເຂົ້າໃນກົມການເມືອງ ແລະໄດ້ຮັບແຕ່ງຕັ້ງເປັນຜູ້ປະຈໍາການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XII.
    |
 |
|
ສະຫາຍ ຫງວຽນແມ້ງເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະ ສະຫາຍ ວິໄລ ຫຼ້າຄໍາຟອງ, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ. ພາບ: nhandan.vn |
ຕາງໜ້າພັກ ແລະປະຊາຊົນລາວ, ສະຫາຍ ວິໄລ ຫຼ້າຄໍາຟອງ ເນັ້ນໜັກວ່າ, ບໍ່ວ່າໃນສະພາບການໃດ, ເຖິງວ່າສະພາບການໂລກ ແລະພາກພື້ນຈະມີການປ່ຽນແປງຢ່າງວ່ອງໄວ, ສັບສົນກໍ່ຕາມ, ແຕ່ ຫວຽດນາມ ແລະລາວ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນແນໃສ່ປັບປຸງ, ເພີ່ມທະວີຢ່າງບໍ່ຢຸດຢັ້ງ ແລະຮັກສາສາຍພົວພັນສັດຊື່ບໍລິສຸດຜຸດຜ່ອງ, ຫາຍາກ, ຜ່ານນັ້ນເຮັດໃຫ້ເນື້ອໃນຫຸ້ນສ່ວນຍຸດທະສາດເລິກເຊິ່ງກວ່າອີກ ເພື່ອຜົນປະໂຫຍດອັນຍາວນານຂອງແຕ່ລະປະເທດໃນສະພາບການໃໝ່.
    |
 |
|
ສະຫາຍ ຫງວຽນແມ້ງເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ມອບຊໍ່ດອກໄມ້ອວຍພອນສະຫາຍ ວິໄລ ຫຼ້າຄໍາຟອງ, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ. ພາບ: nhandan.vn |
ສະຫາຍ ຫງວຽນແມ້ງເກື່ອງ ໄດ້ແຈ້ງໃຫ້ສະຫາຍ ວິໄລ ຫຼ້າຄໍາຟອງ ຮັບຊາບກ່ຽວກັບຜົນການເຮັດວຽກກັບຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ໃນການປະຕິບັດງານຄັ້ງນີ້, ໃນນັ້ນສອງຝ່າຍໄດ້ມີການແລກປ່ຽນຢ່າງແທດຈິງ ແລະບັນລຸໄດ້ຄວາມຮັບຮູ້ລວມໃນການສົມທົບກັນຜັນຂະຫຍາຍປະຕິບັດຂໍ້ຕົກລົງຂັ້ນສູງລະຫວ່າງສອງພັກ, ສອງລັດ, ພິເສດແມ່ນການຜັນຂະຫຍາຍປະຕິບັດການເຄື່ອນໄຫວພົວພັນຕ່າງປະເທດຂັ້ນສູງໃນໄລຍະຈະມາເຖິງ, ປະກອບສ່ວນສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດ ຫວຽດນາມ-ລາວ; ແຈ້ງໃຫ້ຊາບກ່ຽວກັບວຽກງານກະກຽມຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ.
* ວັນດຽວກັນ, ສະຫາຍ ຫງວຽນແມ້ງເກື່ອງ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ບຸນເຫຼືອ ພັນດານຸວົງ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ແລະມີການເຮັດວຽກກັບສະຫາຍ ວາລະໄຊ ເລັ່ງສະຫວັດ, ກໍາມະການສຳຮອງສູນກາງພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ.
ໂດຍ: ເຈິ່ນຮວ່ຽນ