ເຫດການຍິງປືນຢູ່ລັດ Mississippi, ອາເມລິກາ, ເຮັດໃຫ້ 6 ຄົນເສຍຊີວິດ
ປະຊາຊົນຜູ້ບໍ່ມີໂທດຫຼາຍຄົນໄດ້ເສຍຊີວິດ “ຍ້ອນການໃຊ້ຄວາມຮຸນເຮງ” ຢູ່ເທດສະບານ West Point...
ວັນທີ 10 ມັງກອນ, ເທດສະບານ West Point, ທາງທິດຕາເວັນອອກລັດ Mississippi ປະເທດອາເມລິກາ ຖືກສັ່ນສະເທືອນຍ້ອນເຫດການຍິງປືນຢູ່ຫຼາຍສະຖານທີ່ຊຶ່ງເຮັດໃຫ້ 6 ຄົນເສຍຊີວິດ. ຕຳຫຼວດໄດ້ຈັບຕົວຜູ້ຖືກສົງໃສໃນວັນດຽວກັນໂດຍທັນທີ ແລະພວມສືບສວນຫາເສຍເຫດ.
ທ່ານ Eddie Scott ຫົວໜ້າຕຳຫຼວດບ້ານ Clay ໄດ້ເອົາລົງບົດຂຽນໃນສື່ສັງຄົມ Facebook ໂດຍໃຫ້ຮູ້ວ່າ: ປະຊາຊົນຜູ້ບໍ່ມີໂທດຫຼາຍຄົນໄດ້ເສຍຊີວິດ “ຍ້ອນການໃຊ້ຄວາມຮຸນເຮງ” ຢູ່ເທດສະບານ West Point, ໃກ້ກັບເຂດຊາຍແດນລັດ Alabama. ທ່ານ Scott ຢືນຢັນວ່າ ຜູ້ຖືກສົງໃສໄດ້ຖືກຈັບຕົວແລ້ວ ແລະບໍ່ມີບໍ່ວ່າໄພນາບຂູ່ໃດໆສຳລັບເຂດຊຸມຊົນ. ອົງການປະຕິບັດກົດໝາຍພວມຕັ້ງໜ້າສືບສວນ ແລະຈະອັບເດດຂໍ້ມູນຂ່າວໂດຍໄວ.
ແຫຼ່ງຄັດຈາກ: vovworld.vn