ເຫດຖີ້ມລະເບີດໃສ່ລົດຕຳຫຼວດຢູ່ ປາກິດສະຖານ ເຮັດໃຫ້ມີຜູ້ເສຍຊີວິດ 7 ຄົນ
ວັນທີ 12 ມັງກອນ, ວົງການເຈົ້າໜ້າທີ່ ປາກິດສະຖານ ໃຫ້ຮູ້ວ່າ ຢ່າງໜ້ອຍສຸດມີຕຳຫຼວດ 7 ຄົນເສຍຊີວິດໃນເຫດຖີ້ມລະເບີດແບບມີຈຸດປະສົງເລັ່ງໃສ່ລົດຕໍາຫຼວດຢູ່ແຂວງ Khyber Pakhtunkhwa, ເຂດຕາເວັນຕົກສ່ຽງເໜືອປະເທດນີ້.
ຕາມຕຳຫຼວດທ້ອງຖິ່ນແລ້ວ, ມີອຸປະກອນລະເບີດທີ່ໄດ້ບັນຊາແຕ່ໄກໄດ້ລະເບີດຂຶ້ນໃກ້ກັບລົດຕໍາຫຼວດຢູ່ເຂດ Gomal, ເມືອງ Tank, ເຮັດໃຫ້ຕຳຫຼວດ 5 ຄົນເສຍຊີວິດຢູ່ກັບທີ່, ໃນຂະນະນັ້ນມີອີກ 2 ຄົນກໍບໍ່ສາມາດລອດຕາຍ ພາຍຫຼັງໄດ້ສົ່ງເຂົ້າປິ່ນປົວຢູ່ໂຮງໝໍ. ນອກຈາກຈຳນວນຜູ້ປະສົບເຄາະຮ້າຍແມ່ນຕຳຫຼວດແລ້ວ, ເຫດລະເບີດດັ່ງກ່າວ ຍັງເຮັດໃຫ້ປະຊາຊົນຈຳນວນໜຶ່ງຖືກບາດເຈັບ. ພາຍຫຼັງເຫດການດັ່ງກ່າວ, ກຳລັງປ້ອງກັນຄວາມສະຫງົບໄດ້ປິດລ້ອມສະຖານທີ່ເກີດເຫດ ແລະດຳເນີນການຊອກຈັບຕົວບັນດາເປົ້າໝາຍທີ່ກ່ຽວຂ້ອງໃນທັນທີ. ໄລ່ຮອດປັດຈຸບັນ, ຍັງບໍ່ທັນມີອົງການໃດຍອມຮັບວ່າໄດ້ກໍ່ເຫດບຸກໂຈມຕີອັນຮ້າຍແຮງນີ້ເທື່ອ.
ແຫຼ່ງຄັດຈາກ: vovworld.vn