ຈີນ ແລະອີຢູ ເຫັນດີເປັນເອກະພາບຕໍ່ວິວັດການແກ້ໄຂຄວາມຂັດແຍ້ງກ່ຽວກັບລົດໄຟຟ້າ
ວັນທີ 12 ມັງກອນ, ຈີນ ແລະສະຫະພາບເອີຣົບ (ອີຢູ) ໃຫ້ຮູ້ວ່າ ສອງຝ່າຍບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບບັນດາບາດກ້າວເດີນ ເພື່ອແນໃສ່ມຸ່ງໄປເຖິງແກ້ໄຂຄວາມຂັດແຍ້ງກັນທີ່ກ່ຽວຂ້ອງເຖິງເລື່ອງ ອີຢູ ຈັດວາງພາສີຕ້ານການອຸດໜູນໃຫ້ແກ່ລົດໄຟຟ້າ (EV) ທີ່ຜະລິດຢູ່ ຈີນ.
    |
 |
|
ລົດໄຟຟ້າຜະລິດຢູ່ ຈີນ. ພາບ: vov.vn |
ສອງຝ່າຍເຫັນດີຕໍ່ຄວາມຈຳເປັນປະກາດໃຊ້ຄຳແນະນຳລວມສຳລັບຄຳໝັ້ນສັນຍາກ່ຽວກັບລາຄາຕໍ່ກັບບັນດາວິສາຫະກິດຈີນ ທີ່ສົ່ງອອກລົດໄຟຟ້າຂົນສົ່ງຜູ້ໂດຍສານແລ່ນດ້ວຍຖ່ານໄຟໄປຍັງອີຢູ. ຄະນະກຳມະການເອີຣົບ ໄດ້ປະກາດໃຊ້ໜັງສືແນະນຳກ່ຽວກັບການຍື່ນຂໍ້ສະເໜີຄຳໝັ້ນສັນຍາກ່ຽວກັບລາຄາ, ໃນນັ້ນ ຊີ້ແຈ້ງບັນດາເນື້ອໃນທີ່ຕ້ອງພິຈາລະຈາເຊັ່ນລະດັບລາຄານຳເຂົ້າຕ່ຳສຸດ, ຊ່ອງທາງຂາຍເຄື່ອງ, ກົນໄກຊົດເຊີຍ, ກໍຄືບັນດາແຜນການລົງທຶນໃນອະນາຄົດຢູ່ ອີຢູ. ຄະນະກຳມະການເອີຣົບ ຢັ້ງຢືນວ່າ ຈະຕີລາຄາແຕ່ລະຂໍ້ສະເໜີຢ່າງພາວະວິໄສ, ຍຸຕິທຳ, ບໍ່ມີການຈຳແນກການປະພຶດ ແລະປະຕິບັດບັນດາຂໍ້ກຳນົດຂອງອົງການການຄ້າໂລກ (WTO).
ແຫຼ່ງຄັດຈາກ: vovworld.vn