ສະຫະປະຊາຊາດ ຮຽກຮ້ອງຈຳນວນເງິນ 1,5 ຕື້ USD ເພື່ອໜູນຊ່ວຍປະຊາຊົນ ຊູດັງ
ບຸລິມະສິດແຖວໜ້າຂອງແຜນການນີ້ແມ່ນລະດົມຈຳນວນເງິນ 1 ຕື້ USD ໂດຍໄວ ເພື່ອຮີບດ່ວນໜູນຊ່ວຍປະຊາຊົນ 4 ລ້ານຄົນ ທີ່ພວມຕົກຢູ່ໃນສະພາບຄວາມສ່ຽງສູງກວ່າເພີ່ນ ຢູ່ ຊູດັງໃຕ້.
ວັນທີ 13 ມັງກອນ, ສະຫະປະຊາຊາດ ພ້ອມກັບບັນດາຄູ່ຮ່ວມມື ແລະ ລັດຖະບານ ຊູດັງໃຕ້ ໄດ້ປຸກລະດົມການໜູນຊ່ວຍມະນຸດສະທຳທີ່ມີມູນຄ່າ 1,5 ຕື້ USD ຢ່າງເປັນທາງການ ເພື່ອໜູນຊ່ວຍປະຊາຊົນ 4,3 ລ້ານຄົນຢູ່ປະເທດ ອາຟະລິກາ ນີ້ໃນປີ 2026.
    |
 |
|
ປະຊາຊົນ 4 ລ້ານຄົນພວມຕົກຢູ່ໃນສະພາບຄວາມສ່ຽງສູງກວ່າເພີ່ນ ຢູ່ ຊູດັງໃຕ້. ພາບປະກອບ: REUTERS/El Tayeb Siddig |
ຕາມແຈ້ງການຈາກຫ້ອງການປະສານງານບັນດາບັນຫາມະນຸດສະທຳຂອງສະຫະປະຊາຊາດ ປະຈຳຊູດັງໃຕ້ (OCHA) ແລ້ວ, ປະເທດນີ້ພວມປະເຊີນໜ້າກັບໜຶ່ງໃນບັນດາວິກິດການສັບສົນທີ່ສຸດໃນໂລກ. ສະນັ້ນ, ບຸລິມະສິດແຖວໜ້າຂອງແຜນການນີ້ແມ່ນລະດົມຈຳນວນເງິນ 1 ຕື້ USD ໂດຍໄວ ເພື່ອຮີບດ່ວນໜູນຊ່ວຍປະຊາຊົນ 4 ລ້ານຄົນ ທີ່ພວມຕົກຢູ່ໃນສະພາບຄວາມສ່ຽງສູງກວ່າເພີ່ນ ຢູ່ ຊູດັງໃຕ້.
ສະຫະປະຊາຊາດພວກະຕຸກຊຸກຍູ້ບັນດາຝ່າຍປະທະກັນ ຢຸດຕິການໃຊ້ຄວາມຮຸນແຮງ, ເຄົາລົບກົດໝາຍວ່າດ້ວຍມະນຸດສະທຳສາກົນ ແລະຮຽກຮ້ອງໃຫ້ບັນດານັກອຸປະຖຳສາກົນຮີບເຮັ່ງປະກອບເງິນ ເພື່ອຮັກສາບັນດາເຄື່ອນໄຫວກູ້ຊ່ວຍຊີວິດຢ່າງທັນການ.
ແຫຼ່ງຄັດຈາກ vovworld.vn