ຕາມຂໍ້ມູນຈາກກະຊວງການຕ່າງປະເທດ ແດນມາກ ແລ້ວ, ການພົບປະຢູ່ທຳນຽບຂາວ ມີການເຂົ້າຮ່ວມຂອງທ່ານ Lars Løkke Rasmussen ລັດຖະມົນຕີການຕ່າງປະເທດ ແດນມາກ, ທ່ານ Vivian Motzfeldt ຜູ້ຕາງໜ້າ Greenland, ທ່ານ JD Vance ຮອງປະທານາທິບໍດີ ອາເມລິກາ ພ້ອມດ້ວຍທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ.

leftcenterrightdel
ທ່ານລັດຖະມົນຕີການຕ່າງປະເທດ ແດນມາກ  Lars Loekke Rasmussen. ພາບ: Sebastian Elias Uth/ Ritzau Scanpix/via REUTERS

ການພົບປະນີ້ໄດ້ຮັບການຈັດຂຶ້ນໃນສະພາບການທ່ານປະທານາທິບໍດີ Donald Trump ສະແດງເຈດຈຳນົງໂຮມເກາະ Greenland ເຂົ້າ, ເຊິ່ງເປັນເຂດທີ່ມີຄວາມໝາຍຍຸດທະສາດສຳຄັນ.

ຈຸດປະສົງຂອງແດນມາກ ທີ່ການໂອ້ລົມເຈລະຈາຄັ້ງນີ້ແມ່ນນຳບັນດາຂໍ້ຂັດແຍ້ງຈາກການສະແດງທັດສະນະໃນສື່ສັງຄົມອອນໄລເຂົ້າໃນໂຕະເຈລະຈາແບບເຊິ່ງໜ້າເພື່ອໂນ້ມນ້າວໃຫ້ ອາເມລິກາ ເຄົາລົບສິດຕັດສິນໃຈເອງຂອງ Greenland.

ການນຳເອີລົບຫຼາຍທ່ານ ເຊັ່ນ ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໄດ້ສະແດງທັດສະນະສະໜັບສະໜູນທັດສະນະຂອງ ແດນມາກ ແລະ Greenland, ຢັ້ງຢືນວ່າ ມີພຽງແຕ່ປະຊາຊົນ Greenland ຈຶ່ງມີສິດຕັດສິນອະນາຄົດຂອງຕົນ.

ແຫຼ່ງຄັດຈາກ vovworld.vn