ໄພອຶດຫິວ ສືບຕໍ່ແຜ່ລາມອອກຢ່າງກວ້າງຂວາງຢູ່ ຊູດັງ
ການປະທະກັນຢູ່ຊູດັງລະຫວ່າງກອງທັບ ແລະກຳລັງໜູນຊ່ວຍໄວໃກ້ຈະກ້າວເຂົ້າສູ່ປີທີສີ່ ແລ້ວນັ້ນ, ໄດ້ເຮັດໃຫ້ໄພອຶດຫິວແຜ່ລາມອອກຢ່າງກວ້າງຂວາງ ແລະ ເຮັດໃຫ້ປະຊາຊົນນັບລ້ານຄົນຕ້ອງຍົກຍ້າຍໄປ, ອັນໄດ້ກໍ່ໃຫ້ເກີດວິກິດການດ້ານມະນຸດສະທຳໃຫຍ່ທີ່ສຸດຢູ່ໃນໂລກ.
    |
 |
|
ໄພອຶດຫິວສືບຕໍ່ແຜ່ລາມອອກຢ່າງກວ້າງຂວາງຢູ່ ຊູດັງ. ພາບ: ສໍານັກຂ່າວສານຫວຽດນາມ. |
ຕາມບົດລາຍງານຂອງບັນດາອົງການມະນຸດສະທຳສາກົນ ລວມມີ: Action Against Hunger, CARE International, International Rescue Committee, Mercy Corps ແລະ ສະພາຜູ້ລີ້ໄພ ນອກແວ ທີ່ໄດ້ປະກາດໃນວັນທີ 13 ເມສາ ໂດຍໃຫ້ຮູ້ວ່າ ການປະທະກັນຢູ່ ຊູດັງ ລະຫວ່າງກອງທັບ ແລະກຳລັງໜູນຊ່ວຍໄວ ໃກ້ຈະກ້າວເຂົ້າສູ່ປີທີສີ່ ແລ້ວນັ້ນ, ໄດ້ເຮັດໃຫ້ໄພອຶດຫິວແຜ່ລາມອອກຢ່າງກວ້າງຂວາງ ແລະເຮັດໃຫ້ປະຊາຊົນນັບລ້ານຄົນຕ້ອງຍົກຍ້າຍໄປ, ອັນໄດ້ກໍ່ໃຫ້ເກີດວິກິດການດ້ານມະນຸດສະທຳໃຫຍ່ທີ່ສຸດຢູ່ໃນໂລກ.
ຢູ່ບັນດາເຂດທີ່ການສູ້ຮົບພວມດຳເນີນຢ່າງດຸເດືອດຄື: Darfur ເໜືອ ແລະKordofan ໃຕ້, ນັບລ້ານຄອບຄົວມີແຕ່ໄດ້ກິນເຂົ້າພຽງໜຶ່ງຄາບຕໍ່ວັນ, ຊ້ຳບໍ່ໜຳມີຫຼາຍຄອບຄົວບໍ່ມີຫຍັງກິນ, ຕ້ອງກິນໃບໄມ້ ແລະອາຫານສັດເພື່ອຢູ່ລອດ. ເຖິງຢ່າງໃດກໍຕາມ, ໂດຍໄດ້ຮັບການໜູນຫຼັງຈາກກອງທັບ ລັດຖະບານ ຊູດັງ ໄດ້ປະຕິເສດໄພອຶດຫິວ, ໃນຂະນະທີ່ RSF ກໍ່ປະຕິເສດຄວາມຮັບຜິດຊອບຕໍ່ສະພາບການນີ້ຢູ່ບັນດາເຂດ ເຊິ່ງກຳລັງນີ້ຄວບຄຸມ.
ແຫຼ່ງຄັັດຈາກ: vovworld.vn