ທ່ານປະທານາທິບໍດີ ລັດເຊຍ ແລະ ອີຣານ ແລກປ່ຽນກ່ຽວກັບສະພາບການຢູ່ ຕາເວັນອອກກາງ
ທ່ານ Masoud Pezeshkian ກໍ່ຂອບໃຈ ລັດເຊຍ ກ່ຽວກັບການໜູນຊ່ວຍມະນຸດສະທຳໃຫ້ແກ່ປະຊາຊົນ ອີຣານ.
ວັນທີ 12 ເມສາ, ທ່ານ Vladimir Putin, ປະທານາທິບໍດີ ລັດເຊຍ ແລະ ທ່ານ Masoud Pezeshkian, ປະທານາທິບໍດີ ອີຣານ ມີການໂອ້ລົມທາງໂທລະສັບ, ແລກປ່ຽນກ່ຽວກັບສະພາບການຢູ່ຕາເວັນອອກກາງ ແລະເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຊຸກຍູ້ມາດຕະການດ້ານການເມືອງ - ການທູດ ເພື່ອແນໃສ່ແກ້ໄຂການປະທະກັນຢູ່ພາກພື້ນ. ສອງຝ່າຍຢືນຢັນຄືນໃໝ່ຄວາມປາດຖະໜາຢາກເພີ່ມທະວີການພົວພັນສອງຝ່າຍ ລັດເຊຍ - ອີຣານ ຫຼາຍກວ່າ.
    |
 |
|
ທ່ານ Vladimir Putin, ປະທານາທິບໍດີ ລັດເຊຍ ແລະ ທ່ານ Masoud Pezeshkian, ປະທານາທິບໍດີ ອີຣານ. ພາບ: IRNA/ສໍານັກຂ່າວສານຫວຽດນາມ |
ວັງ Kremlin ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ອີຣານ ໄດ້ແບ່ງປັນການຕີລາຄາຈຳນວນໜຶ່ງກ່ຽວກັບການເຈລະຈາລະຫວ່າງ ອີຣານ - ອາເມລິກາ ໃນວັນທີ 11 ເມສາ ຢູ່ ປາກິດສະຖານ; ພ້ອມກັນນັ້ນກໍ່ຮັບຮູ້ຫຼັກໝັ້ນຂອງ ລັດເຊຍ ຢູ່ບັນດາເວທີປາໄສສາກົນໃນການຊຸກຍູ້ການຫຼຸດຜ່ອນຄວາມເຄັ່ງຕຶງ. ທ່ານ Masoud Pezeshkian ກໍ່ຂອບໃຈ ລັດເຊຍ ກ່ຽວກັບການໜູນຊ່ວຍມະນຸດສະທຳໃຫ້ແກ່ປະຊາຊົນ ອີຣານ.
ກ່ຽວກັບຝ່າຍ ລັດເຊຍ, ທ່ານປະທານາທິບໍດີ Vladimir Putin ຢືນຢັນວ່າ ປະເທດນີ້ພ້ອມແລ້ວທີ່ຈະມານະພະຍາຍາມຊອກຫາມາດຕະການດ້ານການເມືອງ - ການທູດ, ມຸ່ງໄປເຖິງພື້ນຖານສັນຕິພາບຢ່າງຍຸຕິທຳ ແລະຍືນຍົງຢູ່ຕາເວັນອອກກາງ.
ແຫຼ່ງຄັດຈາກ: vovworld.vn