ການປະທະກັນ ຢູ່ຕາວັນອອກກາງ: ປະຊາຄົມສາກົນ ຮຽກຮ້ອງຢຸດຕິການປິດລ້ອມຊ່ອງແຄບທະເລ Hormuz
ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ຮຽກຮ້ອງອາເມລິກາ ແລະ ອີຣານ ກັບຄືນສູ່ໂຕະເຈລະຈາ, ເຄົາລົບສິດເສລີໃນການເດີນເຮືອຢູ່ຊ່ອງແຄບທະເລ Hormuz; ພ້ອມທັງເນັ້ນໜັກວ່າບໍ່ມີມາດຕະການດ້ານການທະຫານໃຫ້ແກ່ການປະທະກັນຢູ່ພາກພື້ນຕາເວັນອອກກາງ.
    |
 |
|
ປະຊາຄົມສາກົນ ຮຽກຮ້ອງຢຸດຕິການປິດລ້ອມຊ່ອງແຄບທະເລ Hormuz. ພາບ: ສໍານັກຂ່າວສານຫວຽດນາມ. |
ວັນທີ 13 ເມສາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ກອງທັບປະເທດນີ້ໄດ້ເລີ່ມຕົ້ນປິດລ້ອມບັນດາກຳປັ່ນທີ່ອອກທ່າກຳປັ່ນຂອງອີຣານ, ພາຍຫຼັງຮອບເຈລະຈາຍາມທ້າຍອາທິດຢູ່ Islamabad (ປາກິດສະຖານ) ບໍ່ບັນລຸໄດ້ຂໍ້ຕົກລົງຢຸດຕິການປະທະກັນ. ຕາມເຈົ້າໜ້າທີ່ອາເມລິກາ ແລ້ວ, ສອງຝ່າຍຍັງຮັກສາການຕິດຕໍ່ພົວພັນ ແລະບັນລຸໄດ້ຄວາມຄືບໜ້າຈຳນວນໜຶ່ງໃນຄວາມມານະພະຍາຍາມຊອກຫາມາດຕະການແກ້ໄຂ. ທ່ານ Shehbaz Sharif ນາຍົກລັດຖະມົນຕີ ປາກິດສະຖານ ກໍ່ຢັ້ງຢືນວ່າ ບັນດາຄວາມມານະພະຍາຍາມທາງການທູດຍັງພວມດຳເນີນຢູ່.
ໃນວັນດຽວກັນ, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ຮຽກຮ້ອງອາເມລິກາ ແລະ ອີຣານ ກັບຄືນສູ່ໂຕະເຈລະຈາ, ເຄົາລົບສິດເສລີໃນການເດີນເຮືອຢູ່ຊ່ອງແຄບທະເລ Hormuz; ພ້ອມທັງເນັ້ນໜັກວ່າ ບໍ່ມີມາດຕະການດ້ານການທະຫານໃຫ້ແກ່ການປະທະກັນຢູ່ພາກພື້ນຕາເວັນອອກກາງ.
ໃນຂະນະນັ້ນ, ເມື່ອເຈລະຈາທາງໂທລະສັບກັບຄູ່ຮ່ວມຕຳແໜ່ງອີຣານ, ທ່ານ ລັດຖະມົນຕີກາຕາ ກໍ່ຮຽກຮ້ອງ Tehran ແລະ Washington ຕັ້ງໜ້າເຂົ້າຮ່ວມຄວາມມານະພະຍາຍາມໄກ່ເກ່ຍ. ວັນທີ 13 ເມສາ, ທ່ານນາຍົກລັດຖະມົນຕີ ອັງກິດ ກໍ່ຢັ້ງຢືນວ່າ ອັງກິດບໍ່ເຂົ້າຮ່ວມການປິດລ້ອມກອງທັບເຮືອ ໂດຍອາເມລິກາ ລິເລີ່ມ. ໃນຂະນະນັ້ນ, ທ່ານລັດຖະມົນຕີ ຕວັກກີ ກໍ່ຖືວ່າ ຕ້ອງເປີດເສັ້ນທາງຂົນສົ່ງຍຸດທະສາດຜ່ານຊ່ອງແຄບທະເລ Hormuz ຄືນໃໝ່ ຍິ່ງໄວກໍ່ຍິ່ງດີ.
ແຫຼ່ງຄັັດຈາກ: vovworld.vn