ວັນທີ 12 ເມສາ, ສັນທະປະປາ Leo XIV ສະແດງຄວາມເຫັນອົກເຫັນໃຈຕໍ່ກັບປະຊາຊົນ ລີບັງ, ໃຫ້ຮູ້ວ່າ ຕ້ອງມີພັນທະຄຸນສົມບັດເພື່ອປົກປ້ອງເຂົາເຈົ້າ, ພ້ອມກັນນັ້ນ ຮຽກຮ້ອງບັນດາຝ່າຍເຂົ້າຮ່ວມການປະກັນຊອກຫາສັນຕິພາບ.
ຄຳກ່າວປາໄສຂອງຂອງ ສັນທະປະປາ Leo XIV ໄດ້ຍົກອອກມາໃນສະພາບທີ່ບັນດາການບຸກໂຈມຕີຂອງ ອິດສະຣາແອັນ ແນໃສ່ ລີບັງ ເພີ່ມຂຶ້ນໃນຊຸມມື້ມໍ່ໆມານີ້, ພິເສດແມ່ນພາຍຫຼັງການບຸກໂຈມຕີເກີດຂຶ້ນພາຍຫຼັງທີ່ ອາເມລິກາ ແລະ ອີຣານ ບັນລຸຄຳສັ່ງຢຸດຍິງ, ເຮັດໃຫ້ມີ 300 ຄົນເສຍຊີວິດ. ສັນທະປະປາ Leo XIV ໃຫ້ຮູ້ວ່າ ຫຼັກການມະນຸດສະທຳໃນມະໂນທຳຂອງແຕ່ລະຄົນ, ຜູ້ທີ່ໄດ້ຮັບຮູ້ຈາກກົດໝາຍສາກົນ, ຕ້ອງໄດ້ຮັບຄວາມເຄົາລົບ ເພື່ອປົກປ້ອງສາມັນຊົນໃຫ້ພົ້ນອອກຈາກຜົນຮ້າຍທີ່ຮ້າຍກາດຂອງສົງຄາມ.
ແຫຼ່ງຄັດຈາກ: vovworld.vn
Type the code from the image