ໂດຍໄດ້ຮັບການມອບສິດຈາກທ່ານ ເລຮວ່າຍຈຸງ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ.
    |
 |
|
ລັດຖະມົນຕີການຕ່າງປະເທດອາຊຽນ ແລະເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມກອງປະຊຸມ ສະໄໝພິເສດກ່ຽວກັບສະພາບການໃນປັດຈຸບັນລະຫວ່າງ ກໍາປູເຈຍ ແລະໄທ. ພາບ: ກອງເລຂາອາຊຽນ. |
ແລກປ່ຽນທີ່ກອງປະຊຸມ, ບັນດາລັດຖະມົນຕີການຕ່າງປະເທດອາຊຽນ ໄດ້ແບ່ງປັນຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບຄວາມເຄັ່ງຕຶງທີ່ແກ່ຍາວ, ເຮັດໃຫ້ສາມັນຊົນເສຍຊີວິດ ແລະໄດ້ຮັບບາດເຈັບ, ສ້າງຄວາມເສຍຫາຍທາງດ້ານວັດຖຸ ແລະພື້ນຖານໂຄງລ່າງ, ແລະສົ່ງຜົນກະທົບເຖິງຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊາຍແດນກຳປູເຈຍ ແລະໄທ, ແລະພິເສດແມ່ນສົ່ງຜົນກະທົບທາງລົບເຖິງສັນຕິພາບ, ຄວາມໝັ້ນຄົງ ແລະສະຖຽນລະພາບໃນພາກພື້ນ.
ບັນດາລັດຖະມົນຕີ ໄດ້ເນັ້ນໜັກວ່າ ສອງປະເທດຕ້ອງລະງັບໃຈ, ມີບາດກ້າວເດີນໃນທັນທີ່ເພື່ອຢຸດຕິການປະທະກັນ, ປະຕິບັດການຢຸດຍິງ, ແລະສ້າງເງື່ອນໄຂເພື່ອໃຫ້ຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບປົກກະຕິໂດຍໄວ...
    |
 |
|
ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າຄະນະຜູ້ແທນຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ກອງເລຂາອາຊຽນ. |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ແທນຫວຽດນາມ ໄດ້ຕີລາຄາສູງເລື່ອງມາເລເຊຍ ຈັດກອງປະຊຸມຢ່າງທັນການ, ຖືວ່ານີ້ແມ່ນການປະກອບສ່ວນອັນສຳຄັນເຂົ້າໃນການສືບຕໍ່ຄວາມມານະພະຍາຍາມຂອງທ່ານ Anwar Ibrahim ນາຍົກລັດຖະມົນຕີ ມາເລເຊຍ ໃນຖານະເປັນປະທານອາຊຽນ 2025, ເພື່ອໜູນຊ່ວຍກຳປູເຈຍ ແລະໄທ ຊອກຫາມາດຕະການອັນຍາວນານ ເພື່ອສັນຕິພາບ, ສະຖຽນລະພາບ ແລະຄວາມສະຫງົບຂອງພາກພື້ນ. ຫວຽດນາມ ສະໜັບສະໜູນບົດບາດນຳພາຢ່າງເປັນເຈົ້າການ, ສະເໝີຕົ້ນສະເໝີປາຍ ແລະມີປະສິດທິຜົນຂອງມາເລເຊຍ ໃນຖານະເປັນປະທານອາຊຽນ.
ຕໍ່ໜ້າການຜັນແປຢ່າງສັບສົນໃນຊຸມວັນມໍ່ໆມານີ້, ທ່ານ ດັ້ງຮວ່າງຢາງ ໄດ້ແບ່ງປັນຄວາມວິຕົກກັງວົນຢ່າງເລິກເຊິ່ງຂອງຫວຽດນາມ ກ່ຽວກັບສະພາບການ ແລະຜົນກະທົບທາງລົບ ບໍ່ພຽງແຕ່ສໍາລັບການພົວພັນສອງປະເທດ, ປະຊາຊົນ ກຳປູເຈຍ ແລະໄທ ເທົ່ານັ້ນ, ຫາກຍັງສົ່ງຜົນກະທົບຢ່າງຮ້າຍແຮງເຖິງຄວາມສາມັກຄີ, ບົດບາດໃຈກາງ ແລະອິດທິພົນຊື່ສຽງຂອງອາຊຽນ ອີກດ້ວຍ.
ທ່ານຮອງລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະສືບຕໍ່ຕັ້ງໜ້າໜູນຊ່ວຍ ແລະສົມທົບຢ່າງແໜ້ນແຟ້ນກັບບັນດາປະເທດອາຊຽນ ເພື່ອຊຸກຍູ້ບັນດາຂໍ້ລິເລີ່ມ ແລະວິທີເຂົ້າເຖິງທີ່ເໝາະສົມໃນອາຊຽນ, ໃນນັ້ນມີການເສີມຂະຫຍາຍບົດບາດຂອງບັນດາກົນໄກໄກ່ເກ່ຍ, ການປອງດອງກັນຂອງອາຊຽນໃນປັດຈຸບັນ ເພື່ອຊ່ວຍກຳປູເຈຍ ແລະໄທ ຟື້ນຟູສັນຕິພາບ, ສະຖຽນລະພາບໂດຍໄວ.
    |
 |
|
ບັນຍາກາດທີ່ກອງປະຊຸມ. ພາບ: ກອງເລຂາອາຊຽນ. |
ສິ້ນສຸດກອງປະຊຸມ, ມາເລເຊຍ ຕາງໜ້າບັນດາປະເທດອາຊຽນ ອອກຖະແຫຼງການປະທານອາຊຽນ ກ່ຽວກັບເນື້ອໃນປຶກສາຫາລືທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ສະໄໝພິເສດກ່ຽວກັບສະພາບການຢູ່ ກຳປູເຈຍ ແລະໄທ, ໃນນັ້ນຮັບຮູ້ ກຳປູເຈຍ ແລະໄທ ໄດ້ເລີ່ມປຶກສາຫາລື ກ່ຽວກັບການຢຸດຍິງຄືນໃໝ່ ແລະຈະຈັດກອງປະຊຸມຄະນະກຳມະການຊາຍແດນຮ່ວມ ໃນວັນທີ 24 ທັນວາ ເພື່ອປຶກສາຫາລືບັນດາເນື້ອໃນ ລະອຽດ.
ໃນຂອບເຂດກອງປະຊຸມ, ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ ໄດ້ມີການພົບປະກັບລັດຖະມົນຕີການຕ່າງປະເທດອາຊຽນ ຈໍານວນໜຶ່ງ ແລະທ່ານເລຂາທິການໃຫຍ່ອາຊຽນ ເພື່ອປຶກສາຫາລືກ່ຽວກັບບັນຫາສອງຝ່າຍ, ພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ບັນດາຄູ່ຮ່ວມມື ຕີລາຄາສູງບົດບາດ, ຄວາມມານະພະຍາຍາມທາງການທູດ, ບັນດາຄຳເຫັນ ແລະການປະກອບສ່ວນທີ່ມີລັກສະນະສ້າງສັນຂອງຫວຽດນາມ ໃນໄລຍະຜ່ານມາ ເພື່ອຊ່ວຍໃຫ້ກຳປູເຈຍ ແລະ ໄທ ເຂົ້າຮ່ວມການເຈລະຈາ ແລະແກ້ໄຂຄວາມແຕກຕ່າງກັນ...
ໂດຍ: ໄຊຊະນະ