ໃນທ້າຍອາທິດນີ້, ຢູ່ລັດ Florida, ປະເທດ ອາເມລິກາ, ອຳນາດການປົກຄອງຂອງທ່ານປະທານນາທິບໍດີ ອາເມລິກາ Donald Trump ໄດ້ເປັນປະທານບັນດາການປຶກສາຫາລືສຳຄັນກັບບັນດາຄະນະຜູ້ແທນຈາກ ລັດເຊຍ ແລະຢູແກຼນ. ນີ້ຖືກຖືວ່າແມ່ນຄວາມມານະພະຍາຍາມດ້ານການທູດຢ່າງລຽນຕິດຂອງປະເທດນີ້ ເພື່ອແນໃສ່ຊອກຫາວິວັດດານສິ້ນສຸດການປະທະກັນທີ່ໄດ້ແກ່ຍາວໃນເວລາເກືອບ 4 ປີຜ່ານມາ.

leftcenterrightdel
ພາບປະກອບຈາກ REUTERS.

ບັນດາການພົບປະແບບຊຶ້ງໜ້າຢູ່ Miami ໃນວັນທີ 20 ທັນວາລະຫວ່າງ ລັດເຊຍ ແລະ ອາເມລິກາ ມີການເຂົ້າຮ່ວມຂອງທ່ານ Kirill Dmitriev, ທູດພິເສດຂອງທ່ານປະທານນາທິບໍດີ ລັດເຊຍ ແລະ ທ່ານ Witkoff, ທູດພິເສດຂອງທ່ານປະທານນາທິບໍດີ ອາເມລິກາ Donald Trump ແລະ ທ່ານ Jared Kushner,  ລູກເຂີຍຂອງທ່ານ Donald Trump.

ບັນດາຝ່າຍໄດ້ຮັບຮູ້ຄວາມຄຶບໜ້າກ່ຽວກັບການຮັບປະກັນຄວາມໝັ້ນຄົງໃຫ້ແກ່ ຢູແກຼນ ແຕ່ບໍ່ຮູ້ແຈ້ງວ່າ ລັດເຊຍ ຈະຮັບຮູ້ຫຼືບໍ່. ເຖິງວ່າເນື້ອໃນລະອຽດຂອງຂໍ້ສະເໜີສັນຕິພາບບໍ່ທັນໄດ້ເປີດເຜີຍກໍ່ຕາມ, ແຕ່ຝ່າຍ ລັດເຊຍ ຍັງຮັບຮູ້ວ່າ ບັນດາການປຶກສາຫາລືຈະສືບຕໍ່ແກ່ຍາວຮອດວັນທີ 21 ທັນວາ.

ແຫຼ່ງຄັດຈາກ: vovworld.vn