ອາເມລິກາ ແລະ ຢູແກຼນ ເປີດຮອບເຈລະຈາສັນຕິພາບໃໝ່
ວັນທີ 19 ທັນວາ, ບັນດາເຈົ້າໜ້າທີ່ອາເມລິກາ ແລະຢູແກຼນ ໄດ້ເລີ່ມເປີດຮອບເຈລະຈາສັນຕິພາບໃໝ່ຊື່ງຄາດວ່າຈະແກ່ຍາວໃນເວລາ 2 ວັນ ຢູ່ນະຄອນ Miami ຂຶ້ນກັບລັດ Florida ຂອງອາເມລິກາ. ການກະທຳນີ້ດຳເນີນໄປໃນສະພາບການທີ່ປະທານາທິບໍດີອາເມລິກາ Donald Trump ພວມມານະພະຍາຍາມຊຸກຍູ້ແຜນການຢຸດຕິການປະທະກັນທີ່ແກ່ຍາວເກືອບ 4 ປີຜ່ານມາຢູ່ ຢູແກຼນ.