ໃນປີ 2025, ການທູດປ້ອງກັນຊາດ ສືບຕໍ່ຢັ້ງຢືນບົດບາດເປັນເສົາຄ້ຳສຳຄັນ, ໄດ້ຜັນຂະຫຍາຍບົນຫຼັກການທັງຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຊາດ, ທັງເປັນເຈົ້າການເຊື່ອມໂຍງ, ສ້າງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ພ້ອມທັງສ້າງສັນຕິພາບ, ຍົກສູງທີ່ຕັ້ງຂອງຫວຽດນາມ ໃນເວທີສາກົນ.
ຂີດໝາຍທັງດ້ານສອງຝ່າຍ ແລະຫຼາຍຝ່າຍ
ປີ 2025, ການເຄື່ອນໄຫວເຈລະຈາຍຸດທະສາດ ແລະກອງປະຊຸມປຶກສາຫາລືນະໂຍບາຍປ້ອງກັນຊາດລະຫວ່າງຫວຽດນາມ ກັບຄູ່ຮ່ວມມື ແລະເພື່ອນມິດທີ່ເປັນມູນເຊື້ອ ໄດ້ຮັບປະກັນລັກສະນະຕໍ່ເນື່ອງລຽນຕິດ ແລະມີສະຖຽນລະພາບ. ສິ່ງທີ່ເປັນໜ້າໃສ່ໃຈ, ບັນດາການເຈລະຈາບໍ່ພຽງແຕ່ຢຸດຢູ່ທີ່ການແລກປ່ຽນທັດສະນະເທົ່ານັ້ນ, ຫາກຍັງໄດ້ຕິດພັນກັບການລົງນາມແຜນການຮ່ວມມືໄລຍະກາງ, ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນທ່າອ່ຽງກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະຍືນຍົງ.
ຄຽງຂ້າງນັ້ນ, ບັນດາການເຄື່ອນໄຫວພົບປະແລກປ່ຽນປ້ອງກັນຊາດເຂດຊາຍແດນ ກໍ່ແມ່ນຈຸດເນັ້ນໜັກທີ່ສໍາຄັນ, ພົ້ນເດັ່ນແມ່ນງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 9 (ເດືອນເມສາ ປີ 2025), ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ກໍາປູເຈຍ ຄັ້ງທີ 2 (ເດືອນພະຈິກ ປີ 2025)... ບັນດາລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ໄດ້ປະກອບສ່ວນປັບປຸງນໍ້າໃຈສາມັກຄີຖານບ້ານໃກ້ເຮືອນຄຽງໃຫ້ໜັກແໜ້ນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ຄວາມສະໜິດຕິດພັນລະຫວ່າງກອງທັບ, ປະຊາຊົນຫວຽດນາມ ກັບກອງທັບ, ປະຊາຊົນບັນດາປະເທດບ້ານໃກ້ເຮືອນຄຽງ.
ທ່ານພົນຈັດຕະວາ ຫງວຽນຮົ່ງກວນ, ອະດີດຮອງຫົວໜ້າສະຖາບັນຍຸດທະສາດປ້ອງກັນຊາດ ຖືວ່າ: “ບັນດາຮູບການທີ່ມີໄຫວພິບ ນັ້ນໄດ້ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບ, ພ້ອມທັງເພີ່ມທະວີຄວາມຮັບຮູ້ດ້ານປ້ອງກັນຊາດຂອງພໍ່ແມ່ປະຊາຊົນ, ພະນັກງານ, ນັກຮົບຢູ່ເຂດຊາຍແດນ. ຄຽງຂ້າງນັ້ນ, ຍັງມີຮູບການພົບປະແລກປ່ຽນຢູ່ທະເລ ຄື: ທະຫານເຮືອລາດຕະເວນຮ່ວມກັບຈີນ, ໄທ, ກຳປູເຈຍ. ທຸກການເຄື່ອນໄຫວດັ່ງກ່າວມີຄວາມໝາຍແທດຈິງ ໃນການປົກປັກຮັກສາຄວາມໝັ້ນຄົງຊາຍແດນ, ບົນຈິດໃຈຂອງຫວຽດນາມ ແມ່ນເປັນເຈົ້າຕົນເອງ, ປ້ອງກັນຕົນເອງ, ຮ່ວມມືຢ່າງມີຄວາມຮັບຜິດຊອບຕໍ່ກັບປະຊາຄົມສາກົນ”.
ທາງດ້ານຫຼາຍຝ່າຍ, ບັນດາກົນໄກຮ່ວມມືໃນພາກພື້ນຄື: ກອງປະຊຸມລັດຖະມົນຕີປ້ອງກັນຊາດອາຊຽນ (ADMM) ແລະກອງປະຊຸມລັດຖະມົນຕີປ້ອງກັນຊາດອາຊຽນ ບວກ (ADMM+), ເວທີປາໄສຊຽງຊານ, ເວທີປາໄສ Shangri-La..., ເຊິ່ງແມ່ນສະຖານທີ່ເພື່ອໃຫ້ຫວຽດນາມ ແບ່ງປັນທັດສະນະທີ່ສະເໝີຕົ້ນສະເໝີປາຍຄື: ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ພ້ອມທັງເນັ້ນໜັກເຖິງການຮ່ວມມືທີ່ແທດຈິງໃນຂົງເຂດຄວາມໝັ້ນຄົງແບບໃໝ່ ຄື ໄພທໍາມະຊາດ, ກູ້ໄພກູ້ຊີບ, ຄວາມໝັ້ນຄົງທາງໄຊເບີ, ການປ່ຽນແປງຂອງດິນຟ້າອາກາດ ແລະຄວາມໝັ້ນຄົງທາງທະເລ.
ພິເສດ, ໃນຂົງເຂດຮັກສາສັນຕິພາບຂອງສະຫະປະຊາຊາດ, ປີ 2025 ເປັນຂີດໝາຍທີ່ເປັນໜ້າເອກອ້າງທະນົງໃຈ. ການເຄື່ອນໄຫວທີ່ແທດຈິງ ແລະເປັນມືອາຊີບຂອງກຳລັງທະຫານໝວກເບເລສີຟ້າຫວຽດນາມ ໄດ້ສ້າງພາບພົດທີ່ສວຍງາມກ່ຽວກັບນັກຮົບກອງທັບປະຊາຊົນຫວຽດນາມ ທີ່ມີຄວາມເມດຕາກະລຸນາ ແລະມີຄວາມຮັບຜິດຊອບ, ປະເທດຫວຽດນາມ ເພື່ອສັນຕິພາບ ແລະພັດທະນາມະນຸດ.
    |
 |
|
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພ້ອມດ້ວຍຜູ້ແທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ຄັ້ງທີ 19 ຢູ່ປະເທດມາເລເຊຍ, ວັນທີ 31 ຕຸລາ ປີ 2025. ພາບ: qdnd.vn |
ໃນຂົງເຂດມະນຸດສະທຳ, ບັນດາໂຄງການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ສືບຕໍ່ໄດ້ຮັບການເຂົ້າຮ່ວມຂອງຫຼາຍປະເທດ ແລະບັນດາອົງການຈັດຕັ້ງສາກົນ, ພິເສດແມ່ນອາເມລິກາ. ພົ້ນເດັ່ນແມ່ນໃນເດືອນກັນຍາ 2025, ອາເມລິກາ ໄດ້ມອບເນື້ອທີ່ກວ່າ 6 ເຮັກຕາ ທີ່ໄດ້ຮັບການກຳຈັດທາດພິດດີໂອຊິນ ພາຍຫຼັງ 6 ປີທີ່ປະຕິບັດຢູ່ເຂດສະໜາມບິນບຽນຮວ່າ, ນະຄອນໂຮ່ຈີມິນ, ພ້ອມທັງສະໜອງເງິນຊ່ວຍເຫຼືອລ້າ ໃຫ້ແກ່ໂຄງການຮັບໃຊ້ວົງຄະນາຍາດຊຸມຊົນ.
ທີ່ພິທີມອບ-ຮັບ, ທ່ານ Marc Evans Knapper ເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ ຢືນຢັນວ່າ: “ເຫດການມື້ນີ້ແມ່ນສະແດງໃຫ້ເຫັນຢ່າງຈະແຈ້ງທີ່ສຸດກ່ຽວກັບຄຳໝັ້ນສັນຍາຂອງອາເມລິກາ ທີ່ມີຕໍ່ຫວຽດນາມ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ. ພວກເຮົາຈະຈົດຈຳການໜູນຊ່ວຍຂອງຫວຽດນາມ ໃນການຊອກຫາຊາກສົບຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ. ສະນັ້ນ, ອາເມລິກາ ຈະສືບຕໍ່ໜູນຊ່ວຍຫວຽດນາມ ເພື່ອປະຕິບັດການເຄື່ອນໄຫວໜູນຊ່ວຍທາງດ້ານເຕັກໂນໂລຢີ ເພື່ອໃຫ້ຫວຽດນາມ ຊອກຫານັກຮົບເສຍສະຫຼະຊີວິດເພື່ອຊາດຂອງຕົນຢ່າງມີປະສິດທິຜົນ. ສິ່ງດັ່ງກ່າວທັງໝົດນີ້ໄດ້ສະແດງໃຫ້ເຫັນເຖິງນໍ້າໃຈມິດຕະພາບອັນຍິ່ງໃຫຍ່ລະຫວ່າງສອງປະເທດ ແລະເປັນພື້ນຖານເພື່ອໃຫ້ພວກເຮົາສືບຕໍ່ພັດທະນາໃນໄລຍະຈະມາເຖິງ”.
ສ້າງພື້ນຖານອັນໜັກແໜ້ນ ເພື່ອພັດທະນາປະເທດ
ກ້າວເຂົ້າສູ່ໄລຍະໃໝ່, ໜ້າທີ່ຂອງການທູດປ້ອງກັນຊາດ ແມ່ນສືບຕໍ່ຜັນຂະຫຍາຍແນວທາງການພົວພັນຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະພັດທະນາຢ່າງມີປະສິດທິຜົນ; ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ; ຍຶດໝັ້ນນະໂຍບາຍປ້ອງກັນຊາດ “ສີ່ບໍ່”.
ບົນພື້ນຖານນັ້ນ, ການທູດປ້ອງກັນຊາດທັງເປັນເສົາຄ້ຳຂອງການທູດລັດ, ທັງເປັນກຳລັງນໍາໜ້າໃນການສ້າງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ປະກອບສ່ວນສະກັດກັ້ນການປະທະກັນ ແລະຫຼຸດຜ່ອນຄວາມສ່ຽງແຕ່ໄກ, ແຕ່ຫົວທີ.
ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການທີ່ກອງປະຊຸມໃຫຍ່ອົງຄະນະພັກກອງທັບ ອາຍຸການ 2025-2030 ວ່າ: “ຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນ ແລະການທູດປ້ອງກັນຊາດ, ທັງດ້ານສອງຝ່າຍ ແລະຫຼາຍຝ່າຍ; ແກ້ໄຂຢ່າງກົມກຽວ, ນີ້ມນວນໃນການພົວພັນ, ການຮ່ວມມືດ້ານປ້ອງກັນຊາດ ກັບບັນດາປະເທດ. ເປົ້າໝາຍຂອງຫວຽດນາມ ແມ່ນຕ້ອງຮັກສາຄວາມດຸ່ນດ່ຽງຍຸດທະສາດ ໃນການພົວພັນຕ່າງປະເທດເວົ້າລວມ, ໃນການທູດປ້ອງກັນຊາດເວົ້າສະເພາະ, ປະກອບສ່ວນສ້າງ ແລະຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ປົກປັກຮັກສາປະເທດຊາດແຕ່ໄກ, ແຕ່ຫົວທີ. ພ້ອມທັງສືບຕໍ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ, ຊອກຫາ, ກູ້ໄພກູ້ຊີບຢ່າງມີປະສິດທິຜົນ, ປະກອບສ່ວນນຳເອົາພາບພົດ ແລະ ຄຸນຄ່າວັດທະນະທຳ “ທະຫານລຸງໂຮ່” ອອກສູ່ລະດັບສາກົນ.
ໃນຂະບວນວິວັດການເຊື່ອມໂຍງເຂົ້າກັບສາກົນ, ບາດກ້າວເດີນທີ່ເປັນເຈົ້າການ, ແນ່ນອນ ແລະມີຄວາມຮັບຊອບຂອງການເຄື່ອນໄຫວດ້ານປ້ອງກັນຊາດ ໄດ້ປະກອບສ່ວນປົກປັກຮັກສາປະເທດແຕ່ໄກ, ແຕ່ຫົວທີ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ຍົກສູງຖານະບົດບາດ, ອິດທິພົນຊື່ສຽງສາກົນ, ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ມິດຕະພາບ ເພື່ອພັດທະນາປະເທດ.
ໂດຍ: ທູຈາງ