ອີຣານ ຊັ່ງຊາກໍລະນີກັບຄືນສູ່ການເຈລະຈາກັບ ອາເມລິກາ
ບັນດາການບຸກໂຈມຕີໂດຍບັງເອີນຂອງ ອິດສະຣາແອັນ ແລະຫຼັງຈາກນັ້ນແມ່ນມີການເຂົ້າຮ່ວມຂອງອາເມລິກາ ໄດ້ເຮັດໃຫ້ວິວັດທະນາການນີ້ຖືກຂາດວັກຂາດຕອນ.
ວັນທີ 21 ທັນວາ, ທ່ານ Abbas Araghchi, ລັດຖະມົນຕີການຕ່າງປະເທດ ອີຣານ ຢັ້ງຢືນວ່າ ປະເທດນີ້ໄດ້ຢຸດຕິບັນດາຊ່ອງຕິດຕໍ່ກັບທ່ານ Steve Witkoff, ທູດພິເສດ ອາເມລິກາ ໃນຫຼາຍເດືອນກ່ອນ. ເຖິງຢ່າງໃດກໍ່ຕາມ, ທ່ານກໍ່ໃຫ້ຮູ້ວ່າ ອີຣານ ຍັງຊັ່ງຊາກໍລະນີບັນລຸຂໍ້ຕົກລົງກັບ ອາເມລິກາ ຜ່ານທາງການທູດ, ດ້ວຍເງື່ອນໄຂ “ຍຸຕິທຳ ແລະດຸ່ນດ່ຽງ”.
ກ່າວຄຳເຫັນທີ່ນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ ຢູ່ນອກການຢ້ຽມຢາມ ລັດເຊຍ, ທ່ານ Abbas Araghchi, ລັດຖະມົນຕີການຕ່າງປະເທດ ອີຣານ ເຜີຍໃຫ້ຮູ້ວ່າ ອີຣານ ແລະອາເມລິກາ ເຄີຍດຳເນີນການເຈລະຈາເປັນ 5 ຄັ້ງ ແລະຄາດວ່າ 2 ຝ່າຍຈະດຳເນີນການເຈລະຈາຮອບທີ 6 ໃນວັນທີ 15 ມີຖຸນາ. ເຖິງຢ່າງໃດກໍ່ຕາມ, ບັນດາການບຸກໂຈມຕີໂດຍບັງເອີນຂອງ ອິດສະຣາແອັນ ແລະຫຼັງຈາກນັ້ນແມ່ນມີການເຂົ້າຮ່ວມຂອງອາເມລິກາ ໄດ້ເຮັດໃຫ້ວິວັດທະນາການນີ້ຖືກຂາດວັກຂາດຕອນ. ກໍ່ຕາມນັກການທູດ ອີຣານ ທ່ານນີ້ແລ້ວ, ປະເທດນີ້ພ້ອມແລ້ວຈະກັບຄືນໂຕະເຈລະຈາກັບ ອາເມລິກາ ແຕ່ບໍ່ຍອມຖືກຈັດວາງເງື່ອນໄຂຕ່າງໆ.
ແຫຼ່ງຄັດຈາກ: vovworld.vn