ກ່າວຄຳເຫັນທີ່ງານບຸນແສງສະຫວ່າງ Hanukkah ຂອງຊາວ ຢິວ ຢູ່ Rishon Lezion ໃນຕອນຄ່ຳວັນທີ 21 ທັນວາ, ທ່ານ Gideon Sa’ar, ລັດຖະມົນຕີການຕ່າງປະເທດ ອິດສະຣາແອັນ ກ່າວເຕືອນວ່າ ປະຊາຄົມຊາວ ຢິວ ໃນທົ່ວໂລກພວມຖືກອັນຕະລາຍ. ທ່ານຮຽກຮ້ອງໃຫ້ຊາວ ຢິວ ທີ່ພວມດຳລົງຊີວິດຢູ່ບັນດາປະເທດ ອັງກິດ, ຝລັ່ງ, ອົດສະຕາລີ, ການາດາ, ແບນຊິກ ກັບເມືອ ອິດສະຣາແອັນ ເພື່ອດຳລົງຊີວິດ, ລ້ຽງສອນລູກ ແລະສ້າງສາປະເທດຊາດ.

ຄຳຮຽກຮ້ອງຂອງທ່ານ Gideon Sa’ar, ໄດ້ຍົກອອກມາໃນສະພາບທີ່ກະແສລົບລ້າງຊາວ ຢິວ ແລະຈິດຕະຄຽດສັ່ງຊາວ ອິດສະຣາແອັນ ມີສັນຍານເພີ່ມຂຶ້ນໃນທົ່ວໂລກ, ໂດຍສະເພາະແມ່ນພາຍຫຼັງການເກີດສົງຄາມຢູ່ເຂດ ກາຊາ ໃນເດືອນ ຕຸລາ 2023 ເຮັດໃຫ້ຊາວ ປາແລັດສະຕິນ ນັບໝື່ນຄົນເສຍຊີວິດ.

ແຫຼ່ງຄັດຈາກ: vovworld.vn